ບົດຮຽນຂອງຈີນຊ່ວຍເຫຼືອລາວຄົ້ນຫາຊ່ອງທາງໃໝ່ແຫ່ງການຫຼຸດຜ່ອນຄວາມທຸກຍາກ

2024-09-09 15:00:59 CRI

 

ຫວ່າງບໍ່ດົນມານີ້, ພິທີເປີດໂຕປື້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ສະບັບພາສາລາວ ແລະ ກອງປະຊຸມສຳມະນາກ່ຽວກັບການປົກຄອງປະເທດ ແລະບໍລິຫານການເມືອງຈີນ-ລາວໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງວຽງຈັນ. ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ໄດ້ປະກອບຄຳເຫັນວ່າ, ແນວຄິດ ແລະ ພຶດຕິກຳຂອງທ່ານປະທານສີຈິ້ນຜິງກ່ຽວກັບການຫຼຸດພົ້ນອອກຈາກຄວາມທຸກຍາກແມ່ນເປັນແບບຢ່າງອັນດີເລີດໃຫ້ແກ່ປະເທດພວມພັດທະນາອັນໄພສານເຊິ່ງລວມທັງປະເທດລາວທີ່ໄດ້ຖອດຖອນເອົາບົດຮຽນນຳ, ຝ່າຍລາວຫວັງວ່າການຖອດຖອນເອົາບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນ, ທັງສຸມຄວາມພະຍາຍາມບຸກເບີກເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກທີ່ສອດຄ່ອງກັບສະພາບຄວາມຈິງຂອງປະເທດຕົນ.

 


ນັບແຕ່ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີທັດສະນະຕໍ່ການ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເປັນເວລາ 10 ກວ່າປີມານີ້, ປະຊາກອນຜູ້ທຸກຍາກ ເກືອບ 100 ລ້ານຄົນຂອງຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ແລະໄດ້ສະໜອງແຜນການຂອງຈີນໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ. ນອກນີ້, ຈີນຍັງໄດ້ຕັ້ງໜ້າໃຫ້ການຮ່ວມມືກັບສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ, ບົດຮຽນຂອງຈີນໄດ້ເປັນແວ່ນແຍງເພື່ອຊ່ວຍເຫຼືອໃຫ້ຫຼາຍປະເທດເຮັດຕາມຜົນສຳເລັດຂອງຈີນ ເຊິ່ງລວມທັງປະເທດລາວທີ່ໄດ້ຄົ້ນຫາຫຼາຍຊ່ອງທາງໃໝ່ແຫ່ງການຫຼຸດຜ່ອນຄວາມທຸກຍາກ.

 

ປະເທດລາວໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຖອດຖອນບົດຮຽນດ້ານການລຶບລ້າງຄວາມທຸກຍາກຂອງຈີນ. ຜູ້ນຳປະເທດລາວເຄີຍເດີນທາງໄປບ້ານສິບແປດຖ້ຳກິ່ງແຂວງຊ່ຽງຊີ່ແຂວງຫູນານ, ແລະບ້ານເຊ້ຍຊີເຂດນິງເຕີແຂວງຟູຈ້ຽນຈີນເພື່ອທັດສະນະສຶກສາວຽກງານຫຼຸດຜ່ອນຄວາມທຸກຍາກ. ໃນເດືອນມິຖຸນາປີ 2023, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ເດີນທາງໄປເມືອງຈິ້ນນິງນະຄອນຄຸນໝິງແຂວງຢຸນນານ ເມືອງໂລງອ່ານນະຄອນນານນິງເຂດກວາງຊີ, ແລະເມືອງສືຈູ້ນະຄອນຈຸ່ງກິ່ງຈີນໂດຍສະເພາະເພື່ອທັດສະນະສຶກສາວຽກງານພັດທະນາຊົນນະບົດ. ນອກນີ້, ຝ່າຍລາວກໍເຄີຍແລກປ່ຽນກັບພາກສ່ວນພັກ ແລະ ລັດ ຄັງປັນຍາ ແລະ ອົງການຈັດຕັ້ງຝ່າຍຈີນກ່ຽວກັບຫົວຂໍ້ຫຼຸດຜ່ອນຄວາມທຸກຍາກ.

 


ການຫຼຸດຜ່ອນຄວາມທຸກຍາກກໍເປັນທິດທາງສຳຄັນໃນການຮ່ວມມືຕົວຈິງລະຫວ່າງຈີນ-ລາວ, ສອງປະເທດໄດ້ຮັບຜົນງານຢ່າງພົ້ນເດັ່ນໃນການຮ່ວມມືຫຼຸດຜ່ອນຄວາມທຸກຍາກ. ເດືອນພະຈິກປີ 2017, ໃນໄລຍະເດີນທາງໄປຢ້ຽມຢາມລາວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ປະກາດ “8 ໂຄງການໃຫຍ່ທີ່ຈີນຊ່ວຍເຫຼືອລາວ”, ຕົ້ນຕໍແມ່ນແນໃສ່ເຂດທຸກຍາກຂອງຊົນນະບົດລາວ, ໂດຍສຸມໃສ່ການປັບປຸງການສຶກສາ ສາທາລະນະສຸກ ນ້ຳປະປາ ແລະ ລະບົບໄຟຟ້າ, ພະຍາຍາມສຸດຂີດເພື່ອປັບປຸງເງື່ອນໄຂດ້ານທີ່ຢູ່ອາໄສ ແລະ ການພັດທະນາຢູ່ຊົນນະບົດຂອງລາວ. ຈີນຍັງໄດ້ດຳເນີນໂຄງການສາທິດຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ, ການສ້າງອຸປະກອນນຳໃຊ້ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດ ແລະ ໂຄງການອື່ນໆຢູ່ລາວ, ເຜີຍແຜ່ບົດຮຽນການປູກຝັງ ລ້ຽງສັດ ຫັດຖະກຳແບບດັ້ງເດີມ ການທ່ອງທ່ຽວແບບໂຮມສະເຕ ແລະອຸດສາຫະກຳພິເສດອື່ນໆຕາມເງື່ອນໄຂອຳນວຍຂອງທ້ອງຖິ່ນ. ບ້ານຍົກຍ້າຍໃໝ່ຂອງປະຊາຊົນຈາກໂຄງການທາງລົດໄຟ, ໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ, ໂຮງຮຽນມັດທະຍົມເພຍວັດ, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ແລະອື່ນໆໄດ້ຊ່ວຍຊຸກຍູ້ຍົກສູງລະດັບການສຶກສາ ແລະ ການປິ່ນປົວ, ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຊຸກຍູ້ການພັດທະນາຂອງສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

 


ການມອບປາໃຫ້ຄົນບໍ່ທໍ່ສອນວິທີຕຶກເບັດໃຫ້, ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງລາວຈະບໍ່ອາໄສພຽງແຕ່ການຊ່ວຍເຫຼືອເທົ່ານັ້ນ. ການສ້າງລະບົບລະບຽບການລຶບລ້າງຄວາມທຸກຍາກທີ່ມີສີສັນພິເສດຂອງຈີນ, ເປັນບົດຮຽນສຳຄັນຂອງຈີນໃນການລຶບລ້າງຄວາມທຸກຍາກ. ຈາກນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ສ້າງອົງການຫຼຸດຜ່ອນຄວາມທຸກຍາກ, ເພື່ອຈັດວາງແຜນລະດັບຊາດ. ເລີ່ມແຕ່ປີ 2018, ລັດຖະບານລາວໄດ້ກຳນົດບ້ານທຸກຍາກ 1511 ບ້ານ ເພື່ອໃຫ້ການຊ່ວຍເຫຼືອຢ່າງຖືກເປົ້າໝາຍ, ໂດຍໄດ້ສ້າງຈຸດທົດລອງຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ, ແລະໄດ້ສົ່ງໜ່ວຍງານຫຼຸດຜ່ອນຄວາມທຸກຍາກລົງໄປປະຈຳຢູ່ຮາກຖານ, ໃນບາດກ້າວຕໍ່ໄປ ຍັງຈະເຜີຍແຜ່ບົດຮຽນນີ້ໃຫ້ກວ້າງອອກ. ໂດຍຜ່ານການບາກບັ່ນສູ້ຊົນຢ່າງບໍ່ລົດລະເປັນເວລາຫຼາຍປີ, ຢູ່ປະເທດລາວໄດ້ມີຄອບຄົວທຸກຍາກ 83,13%, ບ້ານທຸກຍາກ 69,69% ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ແລະສືບຕໍ່ກ້າວໄປສູ່ເປົ້າໝາຍອັນສຳຄັນຂອງປະເທດນັ້ນກໍຄືການຫຼຸດພົ້ນອອກຈາກຖັນແຖວປະເທດດ້ອຍພັດທະນາໃນປີ 2026.

 

ປັດຈຸບັນ, ການລຶບລ້າງຄວາມທຸກຍາກຍັງຄົງເປັນໜຶ່ງໃນສິ່ງທ້າທາຍໃຫຍ່ທີ່ສຸດຂອງມວນມະນຸດ. ໃນຖານະເປັນປະເທດພວມພັດທະນາ, ສອງປະເທດຈີນ ແລະ ລາວລົງເລິກການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ. ໃນໄລຍະຕໍ່ໄປ, ຈີນຈະຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ເພີ່ມທະວີການຮ່ວມມືຕົວຈິງກັບຝ່າຍລາວຕື່ມອີກໃນດ້ານການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ, ຊ່ວຍເຫຼືອຊຸກຍູ້ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງຝ່າຍລາວໄດ້ຮັບການພັດທະນາອັນໃໝ່.