ຈີນເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້

2024-09-10 10:11:46 CRI

    ກະຊວງການຕ່່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 9 ກັນຍານີ້ ເພື່ອນຳສະເໜີກ່ຽວກັບຈີນເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້.


 

    ທ່ານຊຸ່ນເວີ້ຍຕຸ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ຫຼັງຈາກກອງປະຊຸມສຸດຍອດອັສຕານາອົງການຮ່ວມມືຊຽງໄຮ້ອັດລົງໃນເດືອນກໍລະກົດປີນີ້,ຈີນກໍ່ເລີ່ມຮັບໜ້າທີ່ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ ແລະ ຈະຈັດກອງປະຊຸມຄະນະກຳມະການປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 25 ຢູ່ຈີນໃນປີໜ້າ. ຈີນຈະຖືການຮັບໜ້າທີ່ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ເປັນໂອກາດ,ຮ່ວມກັບປະເທດສະມາຊິກຕ່າງໆໃນອົງການຮ່ວມມືຊຽງໄຮ້ ເພື່ອຈັດຕັ້ງປະຕິບັດຂໍ້ລິເລິ່ມການພັດທະນາທົ່ວໂລກ, ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອະລິຍະທຳທົ່ວໂລກ ປະກອບສ່ວນຢ່າງຕັ້ງໜ້າເພື່ອສ້າງສັນຕິພາບທີ່ຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມຂອງໂລກ.


    ທ່ານຊຸ່ນເວີ້ຍຕຸ່ງກ່າວຕື່ມວ່າ, ກອງປະຊຸມສຸດຍອດໃນປີໜ້າຈະເປັນກິດຈະກຳສຳຄັນທີ່ສຸດພາຍໃນຂອບອົງການຮ່ວມມືຊຽງໄຮ້ ແລະກໍເປັນກິດຈະກຳແກນກາງທີ່ສຸດພາຍໃນໄລຍະທີ່ຈີນເປັນປະເທດປະທານໝູນວຽນ.