ທ່ານສີຈິ້ນຜິງພົບປະກັບນາຍົກແອັດສະປາຍ

2024-09-10 11:13:30 cri


   ວັນທີ 9 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ເປໂດຣ ຊານເຊັສ ນາຍົກລັດຖະມົນຕີແອັດສະປາຍທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ ຢູ່ນະຄອນຫຼວງປັກກິ່ງ.

   ທ່ານສີຈິ້ນຜິງກ່າວວ່າ: ປີກາຍນີ້ ຈີນແລະແອັດສະປາຍພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີ. ປີໜ້າເປັນປີທີ່ຈີນ-ແອັດສະປາຍສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຄົບຮອບ 20 ປີ. ສອງຝ່າຍຕ້ອງສ້າງການພົວພັນລະຫວ່າງຈີນ-ແອັດສະປາຍທີ່ມີຄວາມທຸ່ນທ່ຽງດ້ານຍຸດທະສາດທີ່ຍາວນານແລະໝັ້ນທ່ຽງ, ຊຸກຍູ້ການພົວພັນສອງຊາດໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.

   ທ່ານຊານເຊັສກ່າວວ່າ: ແອັດສະປາຍໄດ້ປະຕິບັດການພົວພັນກັບຈີນຈາກດ້ານຍຸດທະສາດ, ເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີເປັນໝູ່ເພື່ອນທີ່ໄວ້ເນື້ອເຊື່ອໃຈໄດ້ຂອງຈີນ, ຄອງຄອຍລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງແອັດສະປາຍ-ຈີນຕື່ມອີກ. ແອັດສະປາຍສະໜັບສະໜູນຫຼັກການການຄ້າເສລີແລະເປີດຕະຫຼາດຕໍ່ພາຍນອກ, ບໍ່ເຫັນດີນຳການກໍ່ສົງຄາມການຄ້າ, ຍິນດີສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ໃຫ້ການພົວພັນລະຫວ່າງເອີຣົບ-ຈີນຂະຫຍາຍຕົວຢ່າງປອດໃສ.