ຈັດກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກປີ 2024

2024-09-10 10:27:30 CRI

    ວັນທີ 9 ກັນຍານີ້, ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກປີ 2024 ໄດ້ຈັດຂຶ້ນຢູ່ນະຄອນລຽນຢຸນກາງ ແຂວງຈ່ຽງຊູ່ຈີນ ໂດຍມີຫົວຂໍ້ປະຈຳປີນີ້ວ່າ “ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດພາຍໃຕ້ການປ່ຽນແປງ:ສ້າງປະຊາຄົມຮ່ວມຄວາມໝັ້ນຄົງສາທາລະນະໂລກ”, ມີບຸກຄົນຈາກພາກສ່ວນປະຕິບັດກົດໝາຍ,ຜູ້ຊ່່ຽວຊານ ນັກວິຊາການທີ່ມີຊື່ສຽງ 2.100 ກວ່າຄົນຈາກ 122 ປະເທດ,ເຂດແຄວ້ນ ແລະອົງການຈັດຕັ້ງສາກົນ ເຊັ່ນ:ມາເລເຊຍ,ມຽນມາ, ປາກິດສະຖານ, ກາຊັກສະຖານ,ຕັດຈິກິດສະຖານ, ແຊັກບີ ແລະ ເອທີໂອປີເປັນຕົ້ນເຂົ້າຮ່ວມ.


 

    ກ່ອນໜ້ານີ້, ເວທີເປິກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະທົ່ວໂລກໄດ້ຈັດຂຶ້ນສອງຄັ້ງລຽນຕິດ. ປີ 2023, “ເອກະສານມະໂນພາບກ່ຽວກັບຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ” ທີ່ປະກາດໂດຍກະຊວງການຕ່າງປະເທດຈີນໄດ້ຈັດເອົາກອງປະຊຸມເວທີເປິກສາຫາລືດັ່ງກ່າວເປັນໜຶ່ງໃນເວທີ ແລະ ກົນໄກການຮ່ວມມືທີ່ເປັນແຮງສະໜັບສະໜູນ.