ທ່ານສີຈິ້ນຜິງຕາງໜ້າສູນກາງພັກສະແດງຄວາມອວຍພອນວັນຄູ ແລະ ຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງຄູອາຈານ ແລະ ພະນັກງານການສຶກສາທັງຫຼາຍທົ່ວປະເທດຈີນ

2024-09-10 15:17:04 cri


 

    ກອງປະຊຸມການສຶກສາທົ່ວປະເທດຈີນປະຈຳປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນລະຫວ່າງວັນທີ 9-10 ກັນຍານີ້, ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສອັນສຳຄັນ. ວັນທີ 10 ກັນຍານີ້ເປັນວັນຄູແຫ່ງຊາດຈີນຄົບຮອບ 40 ປີ, ທ່ານສີຈິ້ນຜິງ ໄດ້ຕາງໜ້າສູນກາງພັກສະແດງຄວາມອວຍພອນວັນຄູ ແລະ ຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງຄູອາຈານ ແລະ ພະນັກງານການສຶກສາທັງຫຼາຍໃນທົ່ວປະເທດຈີນ.