ທ່ານຫຼີຊຽງພົບປະເຈລະຈາກັບນາຍົກແອັດສະປາຍ

2024-09-10 15:14:12 CRI

    ວັນທີ 9 ກັນຍານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍທີ່ມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.


 

    ທ່ານຫຼີຊຽງກ່າວວ່າ:ຈີນຍິນດີຮ່ວມກັບແອັດສະປາຍ ຍຶດໝັ້ນການເປີດປະຕູ ແລະ ການຮ່ວມມື, ເກາະແຂນກັນຮັກສາໂຄງປະກອບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກ ຫຼື WTO ເປັນແກນກາງ, ຮັກສາຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທົ່ວໂລກໃຫ້ໝັ້ນຄົງແລະ ໂລ່ງລ່ຽນ, ພ້ອມກັນສ້າງເສດຖະກິດໂລກແບບເປີດປະຕູ. ຫວັງໃຫ້ແອັດສະປາຍເສີມຂະຫຍາຍບົດບາດລັກສະນະສ້າງສັນເພື່ອຊຸກຍູ້ການຮ່ວມມືລະຫວ່າງຈີນ ກັບ ສະຫະພາບເອີລົບ.

 

    ທ່ານເປໂດຣ ຊານເຊສກ່າວວ່າ:ລະຫວ່າງສະຫະພາບເອີລົບກັບຈີນມີຊ່ອງຫວ່າງການຮ່ວມມືຢ່າງກວ້າງຂວາງ,ແອັດສະປາຍສະໜັບສະໜູນສະຫະພາບເອີລົບ ກັບ ຈີນດຳເນີນການສົນທະນາ ແລະ ການຮ່ວມມືແບບດຸນດຽງກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮັກສາໂຄງປະກອບການຄ້າຫຼາຍຝ່າຍ, ຮ່ວມກັນຮັບມືກັບສິ່ງທ້າທາຍ.