ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີນອກແວ

2024-09-10 15:22:54 cri

 


    ວັນທີ 9 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ໂຈນາສ ສະຕໍ ນາຍົກລັດຖະມົນຕີນອກແວທີ່ມາຢ້ຽມຢາມຈີນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງ.

    ທ່ານສີຈິ້ນຜິງກ່າວວ່າ: ຈີນ ແລະ ນອກແວສ້າງສາຍພົວພັນທາງການທູດນຳກັນເປັນເວລາ 70 ປີມານີ້, ປະຊາຊົນສອງປະເທດເຄົາລົບນັບຖືກັນ, ຊືນຊົມກັນ ແລະ ຖອດຖອນບົດຮຽນກັນ, ເຊິ່ງໄດ້ສ້າງໄມຕີຈິດມິດຕະພາບອັນລ້ຳຄ່າ. ປັດຈຸບັນ, ການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຢູ່ໃນໂລກນັ້ນພວມຮຸນແຮງຂຶ້ນ, ເປັນການທົດສອບປະຊາຄົມໂລກວ່າສາມາດເລືອກເສັ້ນທາງທີ່ຖືກຕ້ອງຫຼືບໍ່. ຈີນຍິນດີຮ່ວມກັບນອກແວຊຸກຍູ້ໃຫ້ການຮ່ວມມືແບບໄມຕີຈິດລະຫວ່າງຈີນ-ນອກແວພັດທະນາໄປຢ່າງບໍ່ຢຸດຢັ້ງ.

    ທ່ານ ໂຈນາສ ສະຕໍ ກ່າວວ່າ: ນອກແວເຄົາລົບອະທິປະໄຕຂອງຈີນ, ຍຶດໝັ້ນຈັດຕັ້ງປະຕິບັດນະໂຍບາຍປະເທດຈີນດຽວ. ນອກແວສະໜັບສະໜູນການຄ້າເສລີ, ຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືພາຍໃຕ້ຂອບຫຼາຍຝ່າຍ ຄື: ກຸ່ມ 20 ປະເທດເປັນຕົ້ນ, ສະໜັບສະໜູນເອີຣົບ ແລະ ຈີນເພີ່ມທະວີການຮ່ວມມືກັນ.