ປະທານາທິບໍດີຊິມບັບເວກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນແມ່ນຜູ້ນຳທີ່ເບິ່ງກວ້າງມອງໄກຂອງຍຸກສະໄໝ

2024-09-10 16:36:23 cri


ຫວ່າງມໍ່ໆມານີ້, ທ່ານເອັມນານກາກວາ ປະທານາທິບໍດີຊິມບັບເວທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG.

ທ່ານເອັມນານກາກວາກ່າວວ່າ: ຂ້າພະເຈົ້າເຫັນວ່າທ່ານສີຈິ້ນຜິງ ປະທານປະເທດຈີນແມ່ນຜູ້ນຳທີ່ເບິ່ງກວ້າງມອງໄກຂອງຍຸກສະໄໝ. ເຖິງວ່າເພິ່ນຢູ່ໃນຍຸກນີ້, ແຕ່ເພິ່ນມີສາຍຕາເບິ່ງກວ້າງມອງໄກໄປເຖິງອະນາຄົດ. ອີງຕາມວັດທະນະທຳຂອງພວກເຮົາ, ຈະຍົກຍ້ອງເພິ່ນເປັນ “ນ້ຳສ້າງແຫ່ງຊີວິດ”, ໝາຍເຖິງນ້ຳທີ່ຫຼໍ່ລ້ຽງຊີວິດ ແລະ ແຫຼ່ງກຳເນີດແຫ່ງສະຕິປັນຍາ, ເປັນນ້ຳສ້າງທີ່ປະຊາຊົນຊົມໃຊ້ເພື່ອການດຳລົງຊີບ. ທ່ານປະທານສີຈິ້ນຜິງແມ່ນຄົນແບບນີ້, ທຸກເທື່ອທີ່ໂອ້ລົມສົນທະນາກັບເພິ່ນແມ່ນສາມາດສຳຜັດໄດ້ກັບວິໄສທັດແລະຄວາມຮູ້ຄວາມສາມາດທີ່ກວ້າງໄກຂອງເພິ່ນ.