ເຮືອບິນ C919 ຂອງຈີນ 8 ລຳເລີ່ມນຳໃຊ້ໃນການບິນດ້ານການຄ້າ

2024-09-11 14:40:20 cri




   ວັນທີ 10 ກັນຍານີ້, ຖ້ຽວບິນ CA1523 ຂອງບໍລິສັດການບິນສາກົນຈີນ ຫຼື AIR CHINA ໄດ້ບິນຈາກສະໜາມບິນສາກົນນະຄອນຫຼວງປັກກິ່ງໄປຮອດສະໜາມບິນຫົງສຽວນະຄອນຊຽງໄຮ້, ນີ້ແມ່ນເຮືອບິນ C919 ຂອງບໍລິສັດການບິນສາກົນຈີນລຳທຳອິດທີ່ເລີ່ມນຳໃຊ້ເຂົ້າໃນການບິນດ້ານການຄ້າຢ່າງເປັນທາງການ.

   ຄຽງຄູ່ກັບບໍລິສັດການບິນສາກົນຈີນເລີ່ມນຳໃຊ້ເຮືອບິນ C919 ເຂົ້າໃນການບິນດ້ານການຄ້າ, ເຮືອບິນໃຫຍ່ທີ່ຈີນຜະລິດເອງທີ່ໄດ້ຖືກນຳໃຊ້ເຂົ້າໃນການບິນດ້ານການຄ້ານັ້ນລວມທັງໝົດມີ 8 ລຳ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 5 ແສນເທື່ອຄົນ.

   ນັບມາຮອດປັດຈຸບັນ, ເຮືອບິນ C919 ໄດ້ບັນລຸເງື່ອນໄຂພ້ອມທີ່ຈະນຳໃຊ້ເຂົ້າໃນການບິນດ້ານການຄ້າເປັນຈຳນວນຫຼາຍ, ເຊິ່ງສາມາດເລີ່ມນຳໃຊ້ເຂົ້າໃນຕະຫຼາດການບິນພົນລະເຮືອນພາຍໃນປະເທດຢ່າງຮອບດ້ານ.