ກອງປະຊຸມການສຶກສາທົ່ວປະເທດຈີນປະຈຳປີ 2024ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 9-10 ກັນຍານີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ກ່າວຄຳປາໄສອັນສຳຄັນ.
ທ່ານ ສີຈິ້ນຜິງ ກ່າວວ່າ: ການສ້າງສາປະເທດເຂັ້ມແຂງດ້ານການສຶກສາເປັນໂຄງການທີ່ເປັນລະບົບ ແລະ ສະຫຼັບຊັບຊ້ອນ, ພວກເຮົາຕ້ອງປິ່ນອ້ອມໜ້າທີ່ຕົ້ນຕໍໃນການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ມີຄຸນສົມບັດດີ, ຍຶດໝັ້ນທິດທາງດ້ານການສິດສອນຂອງສັງຄົມນິຍົມ, ຍຶດໝັ້ນ ແລະ ນຳໃຊ້ແນວຄິດຄວາມເປັນລະບົບ.
ກ່ອນໄຂກອງປະຊຸມ, ທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳຈີນທ່ານອື່ນໆໄດ້ພົບປະກັບຜູ້ຕາງໜ້າທີ່ເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນຄູແຫ່ງຊາດຈີນຄົບຮອບ 40 ປີ ແລະ ກິດຈະກຳຍ້ອງຍໍກົມກອງລວມໝູ່ດີເດັ່ນ ແລະ ບຸກຄົນດີເດັ່ນຂອງລະບົບການສຶກສາໃນທົ່ວປະເທດຈີນ.