ປະທານາທິບໍດີສ.ອາຟຣິກາກາງກ່າວວ່າ: ການຫັນເປັນທັນສະໄໝບໍ່ໝາຍຄວາມວ່າຈະຫັນເປັນແບບປະເທດຕາເວັນຕົກ

2024-09-11 10:59:07 cri

 

ຫວ່າງມໍ່ໆມານີ້, ທ່ານໂຟສະຕິນ ອາກຊັນເກ ຕວາເດຣາ ປະທານາທິບໍດີສາທາລະນະລັດອາຟຣິກາກາງໄດ້ເດີນທາງໄປນະຄອນຫຼວງປັກກິ່ງ ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣິກາທີ່ຈັດຂຶ້ນຢູ່ປະເທດຈີນ. ກ່ອນເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານໂຟສະຕິນ ອາກຊັນເກ ຕວາເດຣາໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG.

ທ່ານໂຟສະຕິນ ອາກຊັນເກ ຕວາເດຣາກ່າວວ່າ: ຄວາມທັນສະໄໝແບບຈີນໄດ້ເຊື່ອມສານເຂົ້າກັບວັດທະນະທຳຈີນ. ຮູບການພັດທະນາແບບນີ້ມີລັກສະນະພິເສດທີ່ສຸດ, ພວກເຮົາໄດ້ຮັບແຮງບັນດາໃຈຈາກຮູບແບບການພັດທະນາດັ່ງກ່າວ, ແລະຮັບຮູ້ວ່າການພັດທະນາບໍ່ມີພຽງແຕ່ທາງອອກພຽງທາງດຽວທີ່ກ່າຍເອົາຮູບແບບການພັດທະນາຂອງປະເທດຕາເວັນຕົກເທົ່ານັ້ນ. ຮູບແບບການພັດທະນາຂອງປະເທດຈີນໃນເວລາກຳນົດວິໄສທັດ ແລະ ຊີ້ແຈງທິດທາງ, ຍັງໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຸກຂອງປະຊາຊົນຈີນ ເສີມຂະຫຍາຍ ແລະ ພັດທະນາວັດທະນະທຳຈີນຕື່ມອີກ. ໃນເວລາຢ້ຽມຢາມປະເທດຈີນ, ການປະສານສົມທົບລະຫວ່າງປະເພນີ ແລະ ຄວາມທັນສະໄໝແບບນີ້, ບັນຍາກາດວັດທະນະທຳທີ່ມີລັກສະນະສະເພາະຕົວ ແລະ ເສດຖະກິດທີ່ມີຊີວິດຊີວາ, ລ້ວນແຕ່ເຮັດໃຫ້ພວກເຮົາຕິດໃຈຫຼາຍ.