ຈັດສັບປະດາສຽງ ແລະ ພາບຈີນ-ອາຊຽນຄັ້ງທີ 6

2024-09-11 14:46:31 cri


    ວັນທີ 10 ກັນຍານີ້, ສັບປະດາສຽງ ແລະ ພາບຈີນ-ອາຊຽນຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ປະເທດຈີນ.

    ສັບປະດາສຽງ ແລະ ພາບຄັ້ງນີ້ລວມມີ 6 ກິດຈະກຳໃຫຍ່ ຄື: ພິທີໄຂ, ງານລາຕີ, ກອງປະຊຸມນັກລົງທຶນອຸດສາຫະກຳສຽງ ແລະ ພາບຈີນ-ອາຊຽນ 2024, ກິດຈະກຳວາງສະແດງຜົນງານສຽງ ແລະ ພາບທີ່ແປເປັນພາສາຕ່າງປະເທດ, ຕັ້ງຄ້າຍບຳລຸງສ້າງພິທີກອນຊາວໜຸ່ມຈີນ-ອາຊຽນຄັ້ງທີ 4, ກິດຈະກຳຄັດເລືອກຜົນງານສຽງ ແລະ ພາບດີເດັ່ນທີ່ເຜີຍແຜ່ອອກສາກົນ ແລະ  ຮ່ວມກັນຮ້ອງເພງມິດຕະພາບ-ລາຕີແຫ່ງເພງປະກອບຮູບເງົາ ແລະ ລະຄອນໂທລະພາບຈີນ-ຫວຽດນາມ.

    ໃນງານລາຕີຄັ້ງນີ້, ໄດ້ປະກາດ 10 ຜົນງານດີເດັ່ນຂອງກິດຈະກຳຄັດເລືອກຜົນງານສຽງ ແລະ ພາບດີເດັ່ນທີ່ເຜີຍແຜ່ອອກສາກົນ, ເຈົ້າຂອງຜົນງານໄດ້ຮັບຂັນ ແລະ ໃບຍ້ອງຍໍ.