ຈີນ: ການຮ່ວມມືກັບອາຟຣີກາຂອງສາກົນຄວນຍຶດໝັ້ນຄວາມຍຸຕິທຳ, ສະເໝີພາບ ສົ່ງເສີມການປະຕິບັດຢ່າງຕິດແທດຕົວຈິງ

2024-09-11 14:32:02 cri


   ວັນທີ10ກັນຍານີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ໃນກອງປະຊຸມສຸດຍອດຂອງເວທີເປິກສາຫາລືການຮ່ວມມືຈີນ-ອາຟຣີກາທີ່ຫາກໍ່ອັດລົງຢູ່ນະຄອນຫຼວງປັກກິ່ງຂອງຈີນ, ຜູ້ນຳປະເທດອາຟຣີກາແລະອົງການຈັດຕັ້ງສາກົນຫຼາຍທ່ານໄດ້ສະແດງຄວາມຄິດເຫັນທີ່ບໍ່ເຫັນດີນຳຖ້ອຍຄຳ ອັນທີ່ເອີ້ນວ່າ “ກັບດັກໜີ້ສິນ”. ຂໍຖາມວ່າຝ່າຍຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

   ທ່ານນາງເໝົາໜິງກ່າວວ່າ: ຈີນບໍ່ແມ່ນຝ່າຍເຈົ້າໜີ້ຕົ້ນຕໍຂອງອາຟຣີກາ. ໃນ “ແຜນການດຳເນີນງານ”ທີ່ຜ່ານຢູ່ໃນກອງປະຊຸມສຸດຍອດຄັ້ງນີ້, ຈີນໄດ້ສະເໜີມາດຕະການຍົກເວັ້ນໜີ້ສິນຢ່າງລະອຽດແລ້ວ. ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນເນັ້ນໜັກແລ້ວວ່າ: ການຮ່ວມມືກັບອາຟຣີກາຂອງສາກົນຄວນຍຶດໝັ້ນຄວາມຍຸຕິທຳ,  ສະເໝີພາບ ສົ່ງເສີມການປະຕິບັດຢ່າງຕິດແທດຕົວຈິງ. ຈີນຮຽກຮ້ອງໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນປະເທດທີ່ພັດທະນາແລ້ວແລະສະຖາບັນການເງິນສາກົນຈົ່ງແບກຫາບໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງແທ້ຈິງ, ຊ່ວຍເຫຼືອປະເທດອາຟຣີກາຜ່ອນຄາຍພາລະດ້ານໜີ້ສິນ ແລະບັນລຸການພັດທະນາແບບຍືນຍົງ.