ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກປີ 2024 ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ

2024-09-11 11:11:11 CRI


    ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກປີ 2024 ໄດ້ອັດລົງດ້ວຍຜົນສຳເລັດໃນວັນທີ 10 ກັນຍານີ້ຢູ່ນະຄອນລຽນຢຸນກາງ ແຂວງຈ່ຽງຊູ່ຈີນ.


    ກອງປະຊຸມຄັ້ງນີ້ໄດ້ປະກາດ“ເອກະສານນິຍານກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກ”, ແນໃສປ້ອງກັນໄພຂົ່ມຂູ່ຕົ້ນຕໍດ້ານຄວາມໝັ້ນຄົງສາທາລະນະທີ່ທົ່ວໂລກຜະເຊີນໜ້າຢູ່ໃນປັດຈຸບັນນີ້, ປະສານສົບທົບກັບສະພາບຄວາມເປັນຈິງທີ່ລະດັບການຄຸ້ມຄອງຄວາມໝັ້ນຄົງສາທາລະນະຂອງປະເທດຕ່າງໆຢູ່ໃນໂລກໃນປັດຈຸບັນບໍ່ດຸນດ່ຽງກັນ, ໄດ້ສະເໜີມາດຕະການຮ່ວມມື 10 ດ້ານ ໂດຍສະໜອງທິດຊີ້ນຳການປະຕິບັດງານໃຫ້ແກ່ປະຊາຄົມໂລກ.


    ກອງປະຊຸມໄດ້ສຳເລັດບົດລາຍງານການຄົ້ນຄວ້າດັດຊະນີຄວາມໝັ້ນຄົງສາທາລະນະໂລກໃນເບື້ອງຕົ້ນ, ໂດຍຜ່ານວິທີການຄົ້ນຄວ້າຕາມຫຼັກວິທະຍາສາດ ແລະ ການວິເຄາະຂໍ້ມູນ,ສ່ອງແສງໃຫ້ເຫັນເຖິງສະພາບຄວາມໝັ້ນຄົງສາທານະລະໂລກຢ່າງຖືກຕ້ອງຕາມຄວາມເປັນຈິງ ຈະສະໜອງຂໍ້ມູນອ້າງອີງອັນສຳຄັນໃຫ້ແກ່ການຄາດຄະເນ ແລະ ປ້ອງກັນຄວາມສ່ຽງດ້ານຄວາມໝັ້ນຄົງ.

 

    ນອກນີ້, ກອງປະຊຸມຍັງໄດ້ປະກາດບົດລາຍງານປະຈຳປີສະບັບທຳອິດຂອງກອງປະຊຸມເວທີເປິກສາຫາລື ກໍຄື “ບົດລາຍງານປະຈຳປີຂອງກອງປະຊຸມເວທີເປີກສາຫາລືການຮ່ວມມືດ້ານຄວາມໝັ້ນຄົງສາທາລະນະໂລກປີ 2024”