ທ່ານ ຕິ່ງເຊ່ວຊຽງ ເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບສິດຊັບສິນທາງປັນຍາ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ພ້ອມທັງກ່າວຄຳປາໄສ

2024-09-12 11:52:31 cri

 

    ວັນທີ 11 ກັນຍານີ້, ກອງປະຊຸມຂັ້ນສູງກ່ຽວກັບສິດຊັບສິນທາງປັນຍາ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ຕິ່ງເຊ່ວຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂພ້ອມທັງກ່າວຄຳປາໄສ.