ນະຄອນຫຼານໂຈ່ວ ຕົວເມືອງທີ່ສວຍງາມຢູ່ແຄມຝັ່ງແມ່ນ້ຳເຫຼືອງ

2024-09-12 17:01:06 cri


ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດແມ່ນ້ຳເຫຼືອງຈຸດຂົວຈົ່ງຊ່ານທີ່ນະຄອນຫຼານໂຈ່ວແຂວງກ່ານຊູ້ທາງພາກຕາເວັນຕົກສຽງເໜືອຂອງຈີນ ເພື່ອສຳຫຼວດກວດກາ ແລະ ຮັບຮູ້ສະພາບການອະນຸລັກທຳມະຊາດຢູ່ເຂດລ່ອງແມ່ນ້ຳເຫຼືອງ. ທ່ານສີຈິ້ນຜິງຊີ້ອອກວ່າ: ການຊຸກຍູ້ການອະນຸລັກທຳມະຊາດ ແລະ ການພັດທະນາທີ່ມີຄຸນນະພາບສູງຢູ່ເຂດລ່ອງແມ່ນ້ຳເຫຼືອງ ເປັນວຽກງານທີ່ຕ້ອງຍຶດໝັ້ນເຮັດໄປຕະຫຼອດ, ສົ່ງເສີມຊຸກຍູ້ທຸກໆປີ ແລະ ຈັດຕັ້ງປະຕິບັດຕົວຈິງທຸກໆປີ. ການອະນຸລັກແມ່ນເງື່ອນໄຂເບື້ອງຕົ້ນຂອງການພັດທະນາ, ເພາະວ່າພູຂຽວນ້ຳໃສກໍແມ່ນພູເງິນພູຄຳ. ແມ່ນ້ຳເຫຼືອງງາມຫຼາຍ ແລະ ຈະງາມຂຶ້ນຕື່ມອີກໃນອະນາຄົດ.



ແມ່ນ້ຳເຫຼືອງຈຸດນະຄອນຫຼານໂຈ່ວມີຄວາມຍາວທັງໝົດ 150,7 ກິໂລແມັດ, ໃນຊຸມປີມໍ່ໆມານີ້, ໂດຍຜ່ານການນຳໃຊ້ມາດຕະການສັງລວມ ແລະ ປົວແປງຕາມຫຼັກວິທະຍາສາດ, ຄຸນນະພາບຂອງແມ່ນ້ຳເຫຼືອງຢູ່ຈຸດນີ້ໄດ້ດີຂຶ້ນຢ່າງໝັ້ນທ່ຽງ. ປັດຈຸບັນ, ມີສວນສາທາລະນະ 21 ແຫ່ງ, ຂົວ 23 ແຫ່ງ, ທ່າທຽບເຮືອ 12 ແຫ່ງ, ຂົວຂ້າມແມ່ນ້ຳເຫຼືອງ 15 ແຫ່ງ, ເນື້ອທີ່ປູກຕົ້ນໄມ້ 150.000 ຕາແມັດ ແລະທາງຍ່າງອອກກຳລັງກາຍ 29 ກິໂລແມັດ, ບ່ອນນີ້ໄດ້ກາຍເປັນບ່ອນອອກກຳລັງກາຍ ແລະ ພັກຜ່ອນຢ່ອນອາລົມດີທີ່ສຸດຂອງຊາວເມືອງ.