ຢູ່ທີ່ນີ້ໄດ້ປາກົດເຫັນຄໍາວ່າ “ປະເທດຈີນ” ກ່ອນໝູ່

2024-09-12 17:13:46 CRI


   ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ລົງຢ້ຽມຢາມນະຄອນປາວຈີ່ແຂວງສ້ານຊີ່ ທາງພາກຕາເວັນຕົກສຽງເໜືອຂອງຈີນ ເພື່ອເກັບກໍາຂໍ້ມູນຢູ່ຫໍພິພິທະພັນເຄື່ອງທອງສຳລິດປາວຈີ່ ແລະ ຮັບຮູ້ສະພາບການເພີ່ມທະວີການອະນຸລັກ ແລະ ນໍາໃຊ້ວັດຖຸບູຮານຂອງທ້ອງຖິ່ນດັ່ງກ່າວ. ປັດຈຸບັນ, ຫໍພິພິທະພັນດັ່ງກ່າວມີວັດຖຸບູຮານປະເພດຕ່າງໆຫຼາຍກວ່າ 480.000 ອັນ, ໃນນັ້ນ, ຢູ່ເທິງ "ເຫີຈຸ່ນ" ເຊິ່ງເປັນເຄື່ອງທອງສໍາລິດບັນຈຸເຫຼົ້າໃນສະໄໝລາຊະວົງໂຈ່ວຕາເວັນຕົກຂອງຈີນກ່ອນໜ້ານີ້ 3.000 ກວ່າປີນັ້ນ, ໄດ້ຈາລຶກປະໂຫຍກໜຶ່ງວ່າ: "ຈາຍຈື່ຈົ່ງໂກວ", ແປວ່າ: ຂ້າພະເຈົ້າຕ້ອງໃຊ້ຊີວິດຢູ່ໃຈກາງຂອງໂລກ ເຊິ່ງເປັນການບັນທຶກທີ່ເປັນລາຍລັກອັກສອນຂອງຄໍາວ່າ "ປະເທດຈີນ" ກ່ອນໝູ່.



   ທອງສໍາລິດເປັນໂລຫະຊະນິດໜຶ່ງ, ຍິ່ງເປັນສັນຍາລັກຂອງຍຸກສະໄໝໜຶ່ງ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ມະນຸດໄດ້ນໍາໃຊ້ສະຕິປັນຍາຂອງຕົນເອງເຂົ້າໃນການດັດສ້າງຄຸນລັກສະນະຂອງແຮ່ທາດເປັນເທື່ອທໍາອິດ ຈຶ່ງໄດ້ສ້າງສັນໂລກອັນໃໝ່ອ່ຽມຂຶ້ນ. ສໍາລັບນະຄອນປາວຈີ່ທີ່ໄດ້ຮັບສົມຍານາມເປັນ "ແດນແຫ່ງທອງສໍາລິດ" ທີ່ມີຊື່ສຽງນັ້ນ, ໄດ້ຊຸກຍູ້ອະລິຍະທໍາຍຸກທອງສໍາລິດຂອງຈີນໃຫ້ກ້າວຂຶ້ນສູ່ຈຸດສູງສຸດ.