ທ່ານສີຈິ້ນຜິງລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສານຊີ່ ແລະ ແຂວງກ່ານຊູ້

2024-09-12 12:00:12 cri

 


    ວັນທີ 10-11 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນປາວຈີ່ ແຂວງສານຊີ່ ແລະ ນະຄອນທ່ຽນສຸຍ ແຂວງກ່ານຊູ້.





    ຢູ່ນະຄອນປາວຈີ່, ທ່ານສີຈິ້ນຜິງ ໄດ້ໄປຢ້ຽມຢາມຫໍພິພິທະພັນເຄື່ອງທອງສຳລິດປາວຈີ່, ສວນສາທາລະນະນິເວດແມ່ນ້ຳເວີ້ຍເຮີ ເພື່ອເກັບກຳສະພາບການອະນຸລັກ ແລະນຳໃຊ້ວັດຖຸບູຮານ, ການອະນຸລັກ ແລະ ບຳບັດລະບົບນິເວດຢູ່ແມ່ນ້ຳເວີ້ຍເຮີເປັນຕົ້ນ.





    ຢູ່ນະຄອນທ່ຽນສຸຍ, ທ່ານສີຈິ້ນຜິງ ໄດ້ໄປຢ້ຽມຢາມວັດຟູຊີ່, ແຫຼ່ງປູກໝາກໂປມພັນຮວ່ານິວ ນານຊ່ານເມືອງມ້າຍຈີ່ ແລະ ຖ້ຳພູມ້າຍຈີ່, ເພື່ອເກັບກຳສະພາບການຊຸກຍູ້ການອະນຸລັກ ແລະ ສືບທອດມໍລະດົກວັດທະນະທຳ, ການພັດທະນາອຸດສາຫະກຳປູກຕົ້ນໄມ້ໃຫ້ໝາກຢູ່ເຂດພູດອຍແບບມີເອກະລັກພິເສດ ແລະ ທັນສະໄໝຂອງທ້ອງຖິ່ນ.