ທ່ານສີຈິ້ນຜິງລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນລານໂຈ່ວ ແຂວງກ່ານຊູ້

2024-09-12 16:04:56 CRI


    ວັນທີ 11 ກັນຍານີ້, ຢູ່ນະຄອນລານໂຈ່ວ ແຂວງກ່ານຊູ້ຈີນ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນຕ່າງໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມເຂດຊຸມຊົນຈາວລີນຕາເວັນຕົກຂອງເມືອງອ່ານນີງແລະ ແມ່ນ້ຳເຫຼືອງຕອນຂົວຈົ່ງຊ່ານທີ່ນະຄອນລານໂຈ່ວຕາມລຳດັບ ເພື່ອຕິດຕາມເບິ່ງສະພາບວຽກງານການປັບປຸງບໍລິການທີ່ຊ່ວຍອຳນວຍຄວາມສະດວກໃຫ້ປະຊາຊົນ ສ້າງຜົນປະໂຫຍດໃຫ້ປະຊາຊົນຂອງເຂດຊຸມຊົນ, ເພີ່ມທະວີການຄຸ້ມຄອງຄວາມສະຫງົບທາງສັງຄົມແບບສັງລວມ ພ້ອມດ້ວຍການຊຸກຍູ້ການປົກປັກຮັກສາລະບົບນິເວດຢູ່ເຂດລ່ອງແມ່ນ້ຳເຫຼືອງ.