ມິ່ງຂວັນສິລະປະຮູບປັ້ນແກະສະຫຼັກຕາເວັນອອກຢູ່ເທິງຜາຊັນ

2024-09-12 16:58:08 CRI


   ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ລົງຢ້ຽມຢາມນະຄອນທຽນສຸ້ຍແຂວງກ່ານຊູ້ ທາງພາກຕາເວັນຕົກສຽງເໜືອຂອງຈີນ ເພື່ອເກັບກໍາຂໍ້ມູນຢູ່ຖໍ້າຫີນພູມ້າຍຈີ່ ແລະ ຮັບຮູ້ສະພາບການຊຸກຍູ້ການອະນຸລັກ ແລະ ສືບທອດມໍລະດົກວັດທະນະທຳຂອງທ້ອງຖິ່ນດັ່ງກ່າວ. ຖໍ້າຫີນພູມ້າຍຈີ່ມີປະຫວັດຄວາມເປັນມາ 1.600 ກວ່າປີແລ້ວ, ໄດ້ຊື່ເອີ້ນຍ້ອນມີຮູບຊົງຄ້າຍຄືກອງເຟືອງເຂົ້າບະເລຢູ່ບ້ານຊົນນະບົດທີ່ພາກຕາເວັນຕົກສຽງເໜືອຂອງຈີນ, ມີຊື່ສຽງໂດ່ງດັງໄປທົ່ວໂລກຍ້ອນສິລະປະຮູບປັ້ນດິນໜຽວທີ່ງົດງາມປານີດ ເຊິ່ງໄດ້ຮັບນາມມະຍົດເປັນ “ຫໍວາງສະແດງຮູບປັ້ນແກະສະຫຼັກຕາເວັນອກ”.



   ປັດຈຸບັນ, ຖໍ້າຫີນດັ່ງກ່າວມີຜົ້ງຖ້ຳ 221 ບ່ອນ, ມີຮູບປັ້ນດິນໜຽວ ແລະ ຮູບຄວັດຫີນຫຼາຍກວ່າ 10.600 ອົງ, ຮູບແຕ້ມຝາຜະໜັງໃນເນື້ອທີ່ 1.000 ກວ່າຕາແມັດ, ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງເອກກະລັກພິເສດທີ່ມີຫຼາຍເຄົ້າຂອງວັດທະນະທໍາຈີນ ແລະ ຂະບວນການພັດທະນາຂອງປະຫວັດສາດເທົ່ານັ້ນ, ຫາກຍັງໄດ້ກາຍເປັນສັນຍາລັກອັນສໍາຄັນແຫ່ງການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງອະລິຍະທໍາຕາເວັກອອກ-ຕາເວັນຕົກອີກດ້ວຍ. ປີ 2014, ຖໍ້າຫີນພູມ້າຍຈີ່ໃນນາມເປັນຈຸດມໍລະດົກທີ່ຢູ່ລຽບຕາມເສັ້ນທາງສາຍໄໝໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກ.