ທ່ານສີຈິ້ນຜິງສົ່ງສານຊົມເຊີຍຕໍ່ເວທີເປິກສາຫາລືແມ່ຍິງອົງການຮ່ວມມືຊຽງໄຮ້

2024-09-12 10:42:44 CRI


    ວັນທີ 11 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ເວທີເປິກສາຫາລືແມ່ຍິງອົງການຮ່ວມມືຊຽງໄຮ້ ທີ່ຈັດຂຶ້ນຢູ່ນະຄອນຊີ່ງຕາວ ແຂວງຊ່ານຕົ່ງຈີນ.


    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ແມ່ຍິງແມ່ນຜູ້ຊຸກຍູ້ຄວາມສີວິໄລຂອງມວນມະນຸດ ແລະ ຄວາມກ້າວໜ້າທາງສັງຄົມໂດຍໄດ້ສ້າງຜົນງານດີເດັ່ນຫຼາຍຢ່າງຢູ່ຂະແໜງການຕ່າງໆ. ນັບແຕ່ເວທີເປິກສາຫາລືອົງການຮ່ວມມືຊຽງໄຮ້ຈັດຂຶ້ນເປັນຕົ້ນມາ ແມ່ຍິງໄດ້ປະກອບສ່ວນກຳລັງອັນສຳຄັນເພື່ອສ້າງປະຊາຄົມຮ່ວມຊາຕາກຳອົງການຮ່ວມມືຊຽງໄຮ້ໃຫ້ນັບມື້ນັບແໜ້ນແຟ້ນກວ່າເກ່ົາ.ຫວັງວ່າເວທີເປິກສາຫາລືຈະເສີມຂະຫຍາຍບົດບາດອັນຕັ້ງໜ້າຕໍ່ການຊຸກຍູ້ປະຊາຊົນປະເທດຕ່າງໆສະໜິດສະໜົມກັນແລະ ເຂົ້າໃຈກັນ, ເພິ່ມພະລັງຊີວິດເພື່ອເຮັດໃຫ້ສາຍສຳພັນດ້ານວັດທະນະທຳຂອງອົງການຮ່ວມມືຊຽງໄຮ້ແໜ້ນແຟ້ນຕື່ມອີກ.