ຈີນແລະ 22 ປະເທດອາຟຣີກາເຊັນສັນຍາໂຄງຮ່າງເພື່ອພັດທະນາການພົວພັນຄູ່ຮ່ວມເສດຖະກິດຮ່ວມກັນ

2024-09-13 10:54:31 cri


   ວັນທີ 12 ກັນຍານີ້, ກະຊວງການຄ້າຈີນໄດ້ລາຍງານໃຫ້ຮູ້ວ່າ: ກະຊວງການຄ້າໄດ້ຕັ້ງໜ້າຊຸກຍູ້ໃຫ້ເຊັນສັນຍາໂຄງຮ່າງເພື່ອຂະຫຍາຍການພົວພັນຄູ່ຮ່ວມເສດຖະກິດກັບປະເທດອາຟຣີກາ. ໃນໄລຍະຈັດກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືຈີນ-ອາຟຣີກາຢູ່ປັກກິ່ງ, ຈີນໄດ້ກ້າວເຖິງຂັ້ນຕົກລົງເປັນເອກະພາບກັນກັບ 22 ປະເທດອາຟຣີກາກ່ຽວກັບການເຊັນສັນຍາໂຄງຮ່າງ ທັງໄດ້ລົງລາຍເຊັນ.

   ສັນຍາໂຄງຮ່າງໄດ້ສ້າງພື້ນຖານໃຫ້ແກ່ການຈັດການພົບປະເຈລະຈາສອງຝ່າຍໂດຍປິ່ນອ້ອມຫົວຂໍ້ດ້ານການຄ້າແລະການລົງທຶນເປັນຕົ້ນ, ທັງໄດ້ສະໜອງການຄ້ຳປະກັນດ້ານລະບຽບການທີ່ຍາວນານ, ໝັ້ນທ່ຽງແລະຄາດຄະເນໄດ້ໃຫ້ແກ່ການຮ່ວມມືທາງເສດຖະກິດການຄ້າລະຫວ່າງຈີນ-ອາຟຣີກາ. ຈີນຈະສືບຕໍ່ເພີ່ມທະວີການແລກປ່ຽນກັບປະເທດອາຟຣີກາທີ່ມີເຈດຈຳນົງ, ຈັດຕັ້ງປະຕິບັດຜົນງານຂອງກອງປະຊຸມສຸດຍອດ, ເປີດກວ້າງການເປີດປະຕູສູ່ພາຍນອກດ້ວຍໂຕເອງ, ພະຍາຍາມເຮັດໃຫ້ສັນຍາແລະຜົນງານທີ່ຕາມມາສາມາດສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດ”ແລະປະຊາຊົນສອງຝ່າຍໂດຍໄວເທົ່າທີ່ຈະໄວໄດ້.