ບົດຮຽນສ້າງຄວາມຮັ່ງມີຂອງ “ນາຍບ້ານກາເຟ”

2024-09-13 17:19:54 cri

                 △ ທ່ານ ວາງເຈ່ຍເວີຍ ກຳລັງເກັບເມັດກາເຟຢູ່


   ທ່ານ ວາງເຈ່ຍເວີຍ ປີ້ນີ້ມີອາຍຸ 58 ປີ, ເປັນຜູ້ຮັບຜິດຊອບບ້ານຊິ່ນໄຈ້ ນະຄອນປາວຊ່ານ ແຂວງຢຸນນານຈີນ. ປີ 2010, ແຂວງຢຸນນານປະສົບໄພແຫ້ງແລ້ງຢ່າງຮຸນແຮງ, ບ້ານຊິ່ນໄຈ້ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ປີ 2012, ອົງການປົກຄອງທ້ອງຖິ່ນໄດ້ເບີກງົບປະມານ 10 ລ້ານຢວນເພື່ອສ້າງບ້ານຊິ່ນໄຈ້ຄືນໃໝ່, ແຕ່ຍ້ອນມີບັນຫາດ້ານແຜນການທີ່ດິນ, ງົບປະມານກ້ອນນີ້ອາດຈະຖືກເກັບຄືນ. ໃນເວລາທີ່ສຳຄັນນີ້, ການນຳຂອງທ້ອງຖິ່ນໄດ້ໄປຫາທ່ານ ວາງເຈ່ຍເວີຍ ທີ່ເປັນຜູ້ຈັດການໂຄງການຂອງບໍລິສັດກໍ່ສ້າງໃນຄາວນັ້ນ. ທ່ານ ວາງເຈ່ຍເວີຍ ໄດ້ລາອອກຈາກຕຳແໜ່ງທີ່ມີລາຍໄດ້ສູງ ແລະ ໝັ້ນຄົງຂອງຕົນ ແລະ ຮັບເອົາໜ້າທີ່ທີ່ລຳບາກນີ້ ແລ້ວໄດ້ນຳພາຊາວບ້ານຊິ່ນໄຈ້ເດີນຕາມເສັ້ນທາງພັດທະນາອຸດສາຫະກຳກາເຟ. ຈາກນັ້ນມາ, ທ່ານໄດ້ເຮັດວຽກນີ້ມາເປັນເວລາ 12 ປີແລ້ວ.


     △ປີ 2017, ທ່ານ ວາງເຈ່ຍເວີຍ (ຜູ້ທີສອງເບື້ອງຂວາ) ໄປຢ້ຽມຢາມຊາວບ້ານ ເພື່ອຫາລືບັນຫາປູກກາເຟຮ່ວມກັນ

     

                        △ບ້ານຊິ່ນໄຈ້


ບ້ານຊິ່ນໄຈ້ ຕັ້ງຢູ່ຕີນພູກ່າວລີກົ້ງ. ແຫ່ງນີ້ມີດິນຟ້າອາກາດພິເສດ, ເປັນແດນທຳມະຊາດທີ່ດີສຳລັບການປູກກາເຟເມັດນ້ອຍ. ແຕ່ຍ້ອນວ່າຂາດການວາງແຜນເປັນເອກະພາບກັນ ແລະ ບໍ່ມີຄວາມສາມາດຮັບມືກັບຕະຫຼາດ, ການປູກກາເຟຢູ່ທີ່ນີ້ໄດ້ຕົກຢູ່ໃນຄວາມຫຍຸ້ງຍາກໃນໄລຍະໜຶ່ງ, ຂະໜາດການຜະລິດແມ່ນຍາກທີ່ຈະຮັບປະກັນໄດ້.


            △ຮູບແຕ້ມກາເຟເທິງກຳແພງຂອງບ້ານຊິ່ນໄຈ້


   ໃນຖານະເປັນຜູ້ນຳພາບ້ານຊິ່ນໄຈ້, ເມື່ອເຫັນສະພາບນີ້ແລ້ວ ທ່ານ ວາງເຈ່ຍເວີຍ ກໍມີຄວາມກັງວົນຫຼາຍ. ລາວຈຶ່ງໄປລະດົມເງິນທຶນຈາກຝ່າຍຕ່າງໆ ທັງສ້ອມແປງຄອງນ້ຳ ເສັ້ນທາງ ແລະ ໂຄງການຊົນລະປະທານ, ຕິດຕັ້ງດອກໄຟປາບສັດຕູພືດດ້ວຍພະລັງງານແສງຕາເວັນ ເຊິ່ງທັງໝົດເຫຼົ່ານີ້ໄດ້ປ່ຽນແປງເງື່ອນໄຂການຜະລິດຂອງບ້ານຊິ່ນໄຈ້ຢ່າງເຖິງຖອງ. ມາດຕະການເຫຼົ່ານີ້ ບໍ່ພຽງແຕ່ໄດ້ຮັບປະກັນການຜະລິດກາເຟ ແລະ ເພີ່ມລາຍໄດ້ຢ່າງໝັ້ນທ່ຽງເທົ່ານັ້ນ, ຍັງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາກະສິກຳທົ່ວທັງບ້ານອີກດ້ວຍ.


              △ຕົ້ນກາເຟເປັນແຜ່ນໆທີ່ປູກຢູ່ບ້ານຊິ່ນໄຈ້


ເມື່ອມີເງື່ອນໄຂພື້ນຖານເຫຼົ່ານີ້ແລ້ວ, ທ່ານ ວາງເຈ່ຍເວີຍ ກໍເລີ່ມສຸມໃສ່ຄຸນນະພາບຂອງກາເຟເລີຍ.


ຜູ້ຊ່ຽວຊານຄາດຄະເນວ່າ: ສະພາບແວດລ້ອມທີ່ດີທີ່ສຸດສຳລັບການເຕີບໃຫຍ່ຂອງກາເຟ ແມ່ນຢູ່ເຂດພູທີ່ຢູ່ໃນເສັ້ນຂະໜານຕ່ຳ, ມີປະລິມານນ້ຳຝົນພຽງພໍ, ມີແສງຕາເວັນທີ່ພໍດ້າມພໍດີ ແລະ ມີລະດັບສູງກວ່າໜ້ານ້ຳທະເລໃນລະຫວ່າງ 800-1.800 ແມັດ. ຖ້າສູງເກີນໄປ ກາເຟຈະມີລົດຊາດສົ້ມ, ຄັນຕ່ຳເກີນໄປກໍຈະຂົມ. ເງື່ອນໄຂທຳມະຊາດທີ່ດີຂອງບ້ານຊິ່ນໄຈ້ເຮັດໃຫ້ກາເຟທີ່ປູກຢູ່ທີ່ນີ້ມີລົດຊາດທີ່ມີເອກະລັກ. ມີແຕ່ຄວບຄຸມຕອນແຕ່ຂັ້ນຕອນການປູກໃຫ້ດີ ແລະ ປຸງແຕ່ງຢ່າງເຂັ້ມງວດ ທັງຮັບປະກັນຄຸນນະພາບຂອງກາເຟເທົ່ານັ້ນ ຈຶ່ງສາມາດຮັກສາລົດຊາດທີ່ມີເອກະລັກຂອງບ້ານຊິ່ນໄຈ້ໄວ້ໄດ້.


              △ກາເຟທີ່ດີເລີດຂອງບ້ານຊີ່ນໄຈ້


ເພື່ອຍົກສູງຄຸນນະພາບຂອງກາເຟ, ທ່ານ ວາງເຈ່ຍເວີຍ ໄດ້ເຊີນຜູ້ຊ່ຽວຊານຂອງພະແນກກະສິກຳທ້ອງຖິ່ນມາເຝິກອົບຮົມໃຫ້ຊາວບ້ານ, ຕົ້ນຕໍແມ່ນສອນເຂົາເຈົ້າຄຸ້ມຄອງການປູກກາເຟໃຫ້ດີ ແລະ ປ້ອງກັນສັດຕູພືດຄືແນວໃດ. ການເຝິກອົບຮົມແບບນີ້ຢ່າງໜ້ອຍຕ້ອງຈັດສອງສາມເທື່ອຕໍ່ປີ ແລະ ແຕ່ລະເທື່ອລ້ວນແຕ່ບໍ່ເກັບຄ່າ.


     △ຊາວກະສິກອນທີ່ປູກກາເຟທ້ອງຖິ່ນກຳລັງຮຽນວິຊາການ


ໃນສະພາບທີ່ຄ່ອຍເປັນຄ່ອຍໄປ, ການປູກກາເຟຢູ່ບ້ານຊິ່ນໄຈ້ໄດ້ເຂົ້າສູ່ເສັ້ນທາງພັດທະນາຂະໜາດໃຫຍ່ ແລະ ມີມາດຕະຖານ, ຊາວກະສິກອນທີ່ປູກກາເຟກໍໄດ້ເດີນເຂົ້າສູ່ເສັ້ນທາງຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນ. ປີ 2012, ລາຍໄດ້ສະເລ່ຍຕໍ່ຫົວຄົນທີ່ສາມາດຈັບຈ່າຍໄດ້ໃນທົ່ວບ້ານແມ່ນ 3.150 ຢວນ, ຮອດທ້າຍປີ 2023 ໄດ້ເພີ່ມຂຶ້ນເຖິງ 30.860 ຢວນ.


      △  ຜະລິດຕະພັນທີ່ຕາມມາຈາກກາເຟຂອງບ້ານຊິ່ນໄຈ້ມີ: ສະບູກາເຟ, ເຄື່ອງປະດັບຈາກສິ່ງເສດເຫຼືອຂອງກາເຟ


ປັດຈຸບັນ, ກາເຟຂອງບ້ານຊີ່ນໄຈ້ບໍ່ພຽງແຕ່ກາຍໄດ້ “ຍີ່ຫໍ້ຄຳ” ທີ່ມີຊື່ສຽງຂອງທ້ອງຖິ່ນເທົ່ານັ້ນ ຍັງໄດ້ດຶງດູດສາຍຕາຂອງຊາວໂລກອີກດ້ວຍ.


     △ສວນກາເຟຍີ່ຫໍ້ບ້ານຊິ່ນໄຈ້  ຮັບຕ້ອນນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆໃນທົ່ວປະເທດ


ພາຍໃຕ້ການຊຸກຍູ້ຂອງທ່ານ ວາງເຈ່ຍເວີຍ, ບ້ານຊິ່ນໄຈ້ຍັງໄດ້ສ້າງຫໍສຳຜັດກາເຟ ສະໜາມວັດທະນະທຳກາເຟ ແລະ ສວນກາເຟຍອດຢ້ຽມ ທັງໄດ້ຈັດເທສະການທ່ອງທ່ຽວວັດທະນະທຳກາເຟ ການແຂ່ງຂັນແລ່ນຕາມພູກາເຟ ການແລ່ນມາລາທອນກາເຟ ແລະອື່ນໆ ເຊິ່ງເຮັດໃຫ້ບ້ານນ້ອຍແຫ່ງນີ້ກາຍເປັນ “ບ້ານກາເຟແຫ່ງທຳອິດຂອງຈີນ” ທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດ, ກາຍເປັນແຫຼ່ງປູກກາເຟຄຸນນະພາບສູງຂອງຈີນ ເຊິ່ງໄດ້ສະແດງເຖິງສະເໜ່ພິເສດທີ່ກາເຟໄດ້ເຊື່ອມໂຍງກັບທຳມະຊາດ ແລະ ວັດທະນະທຳນັ້ນໃຫ້ທົ່ວໂລກໄດ້ເຫັນ.