ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2024

2024-09-13 11:05:08 CRI


    ວັນທີ 12 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2024.


    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ງານຕະຫຼາດນັດການຄ້າການບໍລິການສາກົນຈີນໄດ້ຈັດຂຶ້ນມາແລ້ວ 10 ຄັ້ງ, ເປັນພາບທີ່ມີຊີວິດຊີວາເຊິ່ງສ່ອງແສງໃຫ້ເຫັນເຖິງອຸດສາຫະກຳການບໍລິການ ແລະ ການຄ້າການບໍລິການຂອງຈີນໄດ້ພັດທະນາໄປຢ່າງມີຄຸນນະພາບສູງ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດໂລກແບບເປີດປະຕູ. ຈີນຈະຍຶດໝັ້ນຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໂດຍຜ່ານການເປີດປະຕູສູ່ພາຍນອກໃນລະດັບສູງ, ປັບປຸງໂຄງປະກອບ ແລະ ກົນໄກການເປີດປະຕູສູ່ພາຍນອກໃນລະດັບສູງໃຫ້ສົມບູນ, ປະດິດສ້າງ ແລະ ຍົກລະດັບການຄ້າການບໍລິການໃຫ້ສູງຂຶ້ນ.ຈີນຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ພ້ອມກັນຊົມໃຊ້ໂອກາດ, ພ້ອມກັນຫາລືດ້ານການຮ່ວມມື, ພ້ອມກັນຊຸກຍູ້ການພັດທະນາ,ປະກອບສ່ວນເພື່ອຊຸກຍູ້ໃຫ້ເສດຖະກິດໂລກເຕີບໂຕ ແລະ ເພີ່ມຄວາມສຸກໃຫ້ແກ່ປະຊາຊົນປະເທດຕ່າງໆ.


    ງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນມື້ດຽວກັນ.