ທ່ານສີຈິ້ນຜິງເປັນປະທານກອງປະຊຸມສົນທະນາກ່ຽວກັບການຊຸກຍູ້ການອະນຸລັກລະບົບນິເວດ ແລະ ພັດທະນາທີ່ມີຄຸນນະພາບສູງຢູ່ເຂດລ່ອງແມ່ນ້ຳເຫຼືອງຢ່າງຮອບດ້ານ

2024-09-13 16:14:17 cri


    ວັນທີ 12 ກັນຍານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເປັນປະທານກອງປະຊຸມສົນທະນາກ່ຽວກັບການຊຸກຍູ້ການອະນຸລັກລະບົບນິເວດ ແລະ ພັດທະນາທີ່ມີຄຸນນະພາບສູງຢູ່ເຂດລ່ອງແມ່ນ້ຳເຫຼືອງຢ່າງຮອບດ້ານຢູ່ນະຄອນລານໂຈ່ວ ແຂວງກ່ານຊູ້  ພ້ອມທັງກ່າວຄຳປາໄສ.

    ທ່ານເນັ້ນໜັກວ່າ: ຕ້ອງຖືເອົາການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກເປັນພະລັງແຮງຂັບເຄື່ອນ, ຍຶດໝັ້ນຖືເອົາລະບົບນິເວດເປັນບຸລິມະສິດ ແລະ ພັດທະນາໄປຕາມທິດສີຂຽວ, ຊຸກຍູ້ໃຫ້ການອະນຸລັກລະບົບນິເວດໃນທົ່ວເຂດລ່ອງແມ່ນ້ຳເຫຼືອງກ້າວຂຶ້ນສູ່ລະດັບໃໝ່ ການຫັນເປັນສີຂຽວມີຄວາມຄືບໜ້າໃໝ່ ການພັດທະນາທີ່ມີຄຸນນະພາບສູງມີປະສິດທິຜົນໃໝ່ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີການປັບປຸງໃໝ່, ສ້າງສະພາບໃໝ່ຂອງການອະນຸລັກລະບົບນິເວດ ແລະ ພັດທະນາທີ່ມີຄຸນນະພາບສູງຢູ່ເຂດລ່ອງແມ່ນ້ຳເຫຼືອງ.