ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 11

2024-09-13 16:12:59 cri


    ວັນທີ 13 ກັນຍານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ  11 ທີ່ຈຶດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຈີນຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຂອງບັນດາຝ່າຍຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການແກ້ໄຂຕົ້ນກຳເນີດຂອງການປະທະກັນໃນສາກົນ ແລະ ປັບປຸງການບໍລິຫານດ້ານຄວາມໝັ້ນຄົງທົ່ວໂລກໃຫ້ສົມບູນ. ຫວັງວ່າກອງປະຊຸມເວທີເປິກສາຫາລືຄັ້ງນີ້ຈະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ, ປະກອບສ່ວນຢ່າງໃຫຍ່ຫຼວງກວ່າເກົ່າອັນໃໝ່ເຂົ້າໃນການຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທົ່ວໂລກ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

    ກອງປະຊຸມເວທີເປິກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 11 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນມື້ດຽວກັນ ໂດຍມີຫົວຂໍ້ວ່າ “ຮ່ວມກັນສ້າງສັນຕິພາບ, ຮ່ວມກັນຊົມໃຊ້ອະນາຄົດ”.