ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້ ປັກກິ່ງໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 2,3 ລ້ານເທື່ອຄົນ

2024-09-14 16:43:25 cri

      ກອງປະຊຸມໃຫຍ່ການພັດທະນາແລະຮ່ວມມືດ້ານການທ່ອງທ່ຽວໂລກ 2024 ທີ່ສະຫະພັນຕົວເມືອງທ່ອງທ່ຽວໂລກເປັນເຈົ້າພາບໄດ້ຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນວັນທີ 12 ກັນຍານີ້. ຕາມນັກຂ່າວໄດ້ຮັບຮູ້ຂໍ້ມູນວ່າ: ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ປັກກິ່ງໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດລວມທັງໝົດຫຼາຍກວ່າ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນຄົນແລະລາຍຮັບດ້ານການທ່ອງທ່ຽວລ້ວນແຕ່ໄດ້ສ້າງສະຖິຕິໃໝ່.

      ໃນໄລຍະນີ້, ສະຫະພັນຕົວເມືອງທ່ອງທ່ຽວໂລກໄດ້ເຊັນບົດບັນທຶກຊ່ວຍຈຳກັບ 9 ຕົວເມືອງເຊັ່ນ:ນະຄອນຫຼວງປັກກິ່ງແລະອື່ນໆ ພ້ອມທັງວິສາຫະກິດທ່ອງທ່ຽວ 9 ແຫ່ງຂອງຈີນ ໂດຍຈະລົງເລິກການຮ່ວມມືດ້ານການທ່ອງທ່ຽວຂ້າມຊາຍແດນຕື່ມອີກ.