ປີ 2023, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການຂອງຈີນບັນລຸຫຼາຍກວ່າ 900 ຕື້ໂດລາ

2024-09-14 12:15:00 CRI

   ໃນຫວ່າງມໍ່ໆມານີ້, ເວທີເປິກສາຫາລືການພັດທະນາດ້ານການຄ້າການບໍລິການຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2024 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໄດ້ເຜີຍແຜ່ “ບົດລາຍງານວ່າດ້ວຍການພັດທະນາດ້ານການຄ້າການບໍລິການຂອງຈີນປີ 2023”, ອີງຕາມຕົວເລກຂໍ້ມູນຂອງບົດລາຍງານສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ປີ 2023 ຜ່ານມາ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການຂອງຈີນບັນລຸເຖິງ 933 ຕື້ 120 ລ້ານໂດລາ, ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

   ທ່ານ ຖາງເຫວີນຫົງ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າຈີນຢືນຢັນວ່າ: ໃນ 6ເດືອນຕົ້ນປີນີ້, ຂະໜາດການຄ້າການບໍລິການຂອງຈີນໄດ້ຢູ່ໃນລະດັບສູງສຸດຂອງໄລຍະດຽວກັນເປັນປະຫວັດສາດ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານ ການບໍລິການບັນລຸເຖິງ 3,600 ຕື້ຢວນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ຍອດມູນຄ່ານໍາເຂົ້າ ແລະ ສົ່ງອອກດ້ານການບໍລິການ ລ້ວນແຕ່ໄດ້ເພີ່ມຂຶ້ນ 10% ຂຶ້ນໄປ. ໂດຍລວມແລ້ວ, ການພັດທະນາດ້ານການຄ້າການບໍລິການຂອງຈີນຕະຫຼອດປີນີ້ຈະມີທ່ວງທ່າຂະຫຍາຍຕົວທີ່ກ້າວໄປໃນທິດທາງທີ່ດີຢ່າງໝັ້ນທ່ຽງ, ຂະນະທີ່ໂຄງປະກອບດ້ານການຄ້າການບໍລິການຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.