ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 22 ກ່ຽວກັບການຜັນຂະຫຍາຍ“ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”

2024-09-14 11:13:53 CRI


     ວັນທີ 13 ກັນຍານີ້, ຈີນກັບບັນດາປະເທດສະມາຊິກອາຊຽນໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 22 ກ່ຽວກັບການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ຢູ່ນະຄອນຊີ່ອ່ານ ແຂວງສານຊີ່ຈີນ.


     ຈີນແລະບັນດາປະເທດສະມາຊິກອາຊຽມີຄວາມເຫັນເປັນເອກະພາບກັນວ່າ ການປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້ມີຄວາມໝາຍທີ່ສຳຄັນ, ຮຽກຮ້ອງໃຫ້ຝ່າຍຕ່າງໆເພີ່ມທະວີການສົນທະນາກັນ, ຮັກສາຄວາມອົດກັ້ນໄວ້, ແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ປົກປັກຮັກສາຄວາມໝັ້ຄົງເທິງທະເລ. ບັນດາຝ່າຍເຫັນດີໃຫ້ສືບຕໍ່ຜັນຂະຫຍາຍຖະແຫຼງການດັ່ງກ່າວຢ່າງຮອບດ້ານແລະບັງເກີດຜົນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆເຊັ່ນ ການອະນຸລັກສິ່ງແວດລ້ອມທາງທະເລ ການຄົ້ນຄວ້າວິທະຍາສາດທາງທະເລ ແລະອື່ນໆ. ບັນດາຝ່າຍໄດ້ໃຫ້ຄຳຢືນຢັນຢ່າງເຕັມທີ່ຕໍ່ຄວາມຄືບໜ້າອັນຕັ້ງໜ້າ ແລະທ່ວງທ່າທີ່ດີງາມພາຍຫຼັງເລີ່ມດຳເນີນວຽກງານພິຈາລະນາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ຮອບທີ 3 ເປັນຕົ້ນມາ, ເຫັນດີໃຫ້ເລັ່ງລັດການເປິກສາຫາລືດ້ວຍຮູບການທີ່ຄ່ອງແຄ້ວແລະມີຫົວຄິດປະດິດສ້າງ, ພະຍາຍາມໃຫ້ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ໂດຍໄວເທົ່າທີ່ຈະໄວໄດ້, ສ້າງທະເລຈີນໃຕ້ໃຫ້ກາຍເປັນທະເລທີ່ມີສັນຕິພາບ ມິດຕະພາບ ແລະການຮ່ວມມື.