ທ່ານ ຈ່າງກົວຊິ່ງ ໃຫ້ຄຳຊີ້ແຈງໃນເວລາລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດກວາງຊີ

2024-09-14 16:44:18 cri

      ທ່ານ ຈ່າງກົວຊິ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ລົງຢ້ຽມຢາມແລະເຮັດວຽກຢູ່ເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີໃນວັນທີ 11 ຫາ 13 ກັນຍານີ້ກ່ຽວກັບການປະຕິຮູບລັດວິສາຫະກິດ,ການຕິດຕາມຄຸ້ມຄອງຕະຫຼາດ,ຄວາມປອດໄພດ້ານອາຫານ ແລະ ວຽກງານອື່ນໆ. ທ່ານເນັ້ນໜັກວ່າຕ້ອງລົງເລິກຈັດຕັ້ງປະຕິບັດຈິດໃຈຊີ້ນຳທີ່ສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນແລະຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກຄອມມູນິດຈີນສະໄໝທີ 20, ຈັດຕັ້ງປະຕິບັດຂໍ້ຕົກລົງແລະນະໂຍບາຍຈາກສູນກາງພັກ ແລະ ລັດຖະບານຈີນ,ລົງເລິກການປະຕິຮູບຊັບສິນຂອງລັດແລະລັດວິສາຫະກິດຢ່າງຮອບດ້ານແລະຕໍ່ເນື່ອງ, ເພື່ອເຮັດໃຫ້ຊັບສິນຂອງລັດແລະລັດວິສາຫະກິດມີຄວາມເຂັ້ມແຂງ,ມີຄຸນນະພາບສູງແລະມີຂະໜາດໃຫຍ່ຢ່າງເດັດດ່ຽວໜຽວແໜ້ນ,ຊຸກຍູ້ການຍົກລະດັບຄຸນນະພາບໃຫ້ສູງຂຶ້ນດ້ວຍມາດຕະຖານສູງແລະການຕິດຕາມຄຸ້ມຄອງທີ່ເຂັ້ມງວດ,ຮັກສາເສັ້ນເພດານຕ່ຳສຸດດ້ານຄວາມປອດໄພດ້ານຄຸນນະພາບຢ່າງໜັກແໜ້ນ.