ກອງປະຊຸມໃຫຍ່ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າໂລກຄັ້ງທີ 3 ນໍາສະເໜີ 10 ຜົນງານດ້ານເຕັກໂນໂລຊີຕົ້ນຕໍ

2024-09-14 14:20:37 CRI

   ກອງປະຊຸມໃຫຍ່ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າຂອງໂລກຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 13 ກັນຍານີ້. ກອງປະຊຸມໄດ້ນໍາສະເໜີ 10 ຜົນງານດ້ານເຕັກໂນໂລຊີຕົ້ນຕໍ ເຊັ່ນ: ລະບົບຊ່ວຍເຫຼືອດ້ວຍດາວທຽມເທິງທະເລໃນທົ່ວໂລກ, ລະບົບສື່ສານເຄື່ອນທີ່ແບບອັດສະລິຍະດ້ວຍອຸປະກອນບາງທີ່ສຸດ ເປັນຕົ້ນ, ນອກນີ້, ກອງປະຊຸມຍັງໄດ້ຈັດພິທີເປີດນໍາໃຊ້ໂຄງການ ແລະ ພິທີລົງນາມໃນສັນຍາຮ່ວມມືຫຼາຍຄັ້ງ.

   ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 3 ວັນ, ມີຫົວຂໍ້ຫຼັກວ່າ: “ວິທະຍາສາດເຕັກໂນໂລຊີສ້າງອະນາຄົດອັນສົດໃສ” ໂດຍໄດ້ສຸມໃສ່ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າຂອງໂລກ, ພ້ອມທັງສຸມໃສ່ຊຸກຍູ້ການແລກປ່ຽນ ແລະ ຮ່ວມມືດ້ານວິທະຍາສາດເຕັກໂນໂລຊີຂອງໂລກ, ບົ່ມສ້າງຂະແໜງການວິທະຍາສາດເຕັກໂນໂລຊີທີ່ຈະເລີນໃໝ່, ຊຸກຍູ້ການຫັນຜົນງານດ້ານວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນສິນຄ້າ ເຊິ່ງໄດ້ດຶງດູດຜູ້ຊ່ຽວຊານ, ນັກວິຊາການ, ຜູ້ຕາງໜ້າອົງການຈັດຕັ້ງລັດຖະບານຈາກຫຼາຍປະເທດພ້ອມທັງອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມກໍຄືເພື່ອນມິດສາກົນເຂົ້າຮ່ວມກອງປະຊຸມຈໍານວນຫຼາຍທ່ານ.