ເຂົາເຈົ້າໄດ້ເຫັນພະລັງຂັບເຄື່ອນໃໝ່ຂອງຈີນໂດຍຜ່ານງານມະຫະກຳການຄ້າການບໍລິການສາກົນຈີນ

2024-09-14 16:52:54 cri

“ຈັ່ງແມ່ນເໝືອນຈິງທີ່ສຸດເລີຍ!” ໃນຮ້ານວາງສະແດງຂອງບໍລິສັດ Alibaba, ຜູ້ເຂົ້າຊົມໄດ້ໃສ່ອຸປະກອນ VR ກໍສາມາດສຳຜັດກັບປະສົບການໃໝ່ໆໃນການຊື້ເຄື່ອງ; ບໍລິສັດ Medtronic ຂອງອາເມຣິກາໄດ້ນຳເອົາເຄື່ອງກະຕຸ້ນການເດີນຂອງຫົວໃຈທີ່ມີຂະໜາດນ້ອຍທີ່ສຸດໃນໂລກມາວາງສະແດງ; ບໍລິສັດ Nestlé ໄດ້ນຳເອົານົມຝຸ່ນລຸ້ນຫຼ້າສຸດມາວາງສະແດງ; ບໍລິສັດ Tesla ວາງສະແດງລົດລຸ້ນໃໝ່ ແລະ ຫຸ່ນຍົນທີ່ຄືກັບມະນຸດແທ້……ໃນງານມະຫະກຳການຄ້າການບໍລິການສາກົນຈີນ 2024 ທີ່ກຳລັງຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ, ຜູ້ຊົມທັງຫຼາຍໄດ້ສຳຜັດກັບສະເໜ່ທີ່ມີຊີວິດຊີວາຂອງເຕັກໂນໂລຊີລ້ຳສະໄໝຈາກທົ່ວໂລກ ຄືດັ່ງຄຳເວົ້າຂອງທ່ານສີຈິ້ນຜິງ ປະທານປະທານຈີນທີ່ກ່າວໃນສານຊົມເຊີຍເຖິງງານມະຫະກຳການຄ້າການບໍລິການສາກົນຈີນຄັ້ງນີ້ວ່າ: “ງານມະຫະກຳການຄ້າການບໍລິການສາກົນຈີນໄດ້ຈັດຂຶ້ນແລ້ວ 10 ຄັ້ງຢ່າງສຳເລັດຜົນ, ເປັນການສ່ອງແສງໃຫ້ເຫັນເຖິງອຸດສາຫະກຳການບໍລິການ ແລະ ການຄ້າການບໍລິການຂອງຈີນທີ່ພັດທະນາດ້ວຍຄຸນນະພາບສູງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດໂລກແບບເປີດກວ້າງ. ”

ອີງຕາມຂໍ້ມູນຈາກກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ໃນປີ 2023, ມູນຄ່າການນຳເຂົ້າ-ສົ່ງອອກດ້ານການບໍລິການຂອງຈີນມີເຖິງ 6,575.43 ຕື້ຢວນ, ເປັນຂະໜາດໃຫຍ່ທີ່ສຸດໃນປະຫວັດສາດ ແລະ ຢູ່ອັນດັບນຳໜ້າຂອງໂລກ. ຕະຫຼາດຂະແໜງການການບໍລິການຂອງຈີນໄດ້ພັດທະນາຢ່າງມີຄວາມຈະເລີນຮຸ່ງເຮືອງ ເຊິ່ງໄດ້ສະໜອງໂອກາດດ້ານການຄ້າຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດຂ້າມຊາດ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າດ້ານການບໍລິການຂອງຈີນມີເຖິງ 2,100 ຕື້ຢວນ, ເພີ່ມຂຶ້ນ 16,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື ໃນງານມະຫະກຳການຄ້າການບໍລິການສາກົນຈີນຄັ້ງນີ້, ການວາງສະແດງດ້ານການປະດິດສ້າງໃໝ່ ເຊັ່ນ: ພະລັງງານຮີໂດຣເຈນ, ໝໍ້ໄຟ, ເຕັກໂນໂລຊີເອເລັກໂຕຣນິກ, ດີຈີຕອນ ແລະອື່ນໆ ໄດ້ດຶງດູດຄວາມສົນໃຈຂອງວິສາຫະກິດຕ່າງປະເທດຈຳນວນບໍ່ໜ້ອຍ. ງານມະຫະກຳການຄ້າການບໍລິການສາກົນຈີນໄດ້ເຮັດໃຫ້ໂລກສາມາດໄດ້ເຫັນພະລັງຂັບເຄື່ອນໃໝ່ທີ່ຫຼາຍກວ່າເກົ່າ, ໄດ້ເຫັນເຖິງຄວາມຕັດສິນໃຈຂອງຈີນໃນການຊຸກຍູ້ການພັດທະນາໃນຄຸນນະພາບສູງຂອງການຄ້າການບໍລິການດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ, ໄດ້ເຫັນຄວາມມີຊີວິດຊີວາຂອງຄວາມທັນສະໄໝແບບຈີນ ແລະ ໂອກາດອັນໃຫຍ່ຫຼວງທີ່ຕາມມາ.