ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນພົບປະກັບຫົວໜ້າຄະນະຜູ້ແທນຝ່າຍຕ່າງໆຂອງສະພາມົນຕີອົງການຈັດຕັ້ງຕ້ານການກໍ່ການຮ້າຍໃນພາກພື້ນຂອງອົງການຮ່ວມມືຊຽງໄຮ້

2024-09-14 12:16:15 CRI

   ວັນທີ 13 ກັນຍານີ້ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານ ຫວາງສຽວຫົງ ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໄດ້ພົບປະກັບຫົວໜ້າຄະນະຜູ້ແທນຝ່າຍຕ່າງໆທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະ ຊຸມຄັ້ງທີ 42 ຂອງສະພາມົນຕີອົງການຈັດຕັ້ງຕ້ານການກໍ່ການຮ້າຍໃນພາກພື້ນຂອງອົງການຮ່ວມມືຊຽງໄຮ້.

   ໃນໂອກາດນີ້, ທ່ານ ຫວາງສຽວຫົງ ກ່າວວ່າ: ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບຝ່າຍຕ່າງໆ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສໍາຄັນຂອງປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ທີ່ໄດ້ບັນລຸໄວ້ຢ່າງຮອບ ດ້ານ, ປະຕິບັດຕາມຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ເສີມຂະຫຍາຍ “ຈິດໃຈຊຽງໄຮ້”, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ ເຊັ່ນ: ການຕໍ່ຕ້ານ “ອິດທິກໍາລັງ 3 ກຸ່ມ” ຄືກຸ່ມລັດທິກໍ່ການຮ້າຍ, ລັດທິແບ່ງແຍກ ແລະ ລັດທິຫົວຮຸນແຮງ, ລວມທັງຄວາມປອດໄພທາງອິນເຕີເນັດ ແລະອື່ນໆ, ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປະຕິບັດກົດໝາຍຂອງອົງການຮ່ວມມືຊຽງໄຮ້ໃຫ້ກ້າວຂຶ້ນສູ່ລະດັບໃໝ່, ປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດສະມາຊິກຕ່າງໆໃຫ້ດີກວ່າເກົ່າ ເພື່ອປະກອບສ່ວນ “ກໍາລັງອົງການຮ່ວມມືຊຽງໄຮ້” ໃຫ້ໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນກໍຄືການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ມີຄວາມໝັ້ນຄົງໂດຍທົ່ວໄປ.