ນາຍົກນອກແວນນັ່ງລົດໄຟຄວາມໄວສູງເພື່ອສຳຜັດ “ຄວາມໄວຂອງຈີນ”

2024-09-14 16:54:00 cri

ຕອນເຊົ້າວັນທີ 9 ກັນຍານີ້, ທ່ານໂຈນັສ ກັດ ສະເຕຣ ນາຍົກລັດຖະມົນຕີນອກແວເດີນທາງໄປຮອດນະຄອນຫຼວງປັກກິ່ງ, ເລີ່ມຢ້ຽມຢາມປະເທດຈີນເປັນເວລາ 3 ວັນ. ໃນໄລຍະຢ້ຽມຢາມປະເທດຈີນ, ທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG.

ທ່ານສະເຕຣ ກ່າວວ່າ: ຂ້າພະເຈົ້າຍອມຮັບວ່າຍີ່ລົດໄຟຄວາມໄວສູງຈາກນະຄອນຫຼວງປັກກິ່ງໄປນະຄອນຊຽງໄຮ, ແມ່ນປະສົບການທີ່ພິເສດຫຼາຍ. ໃນຂະນະທີ່ຂີ່ລົດໄຟຄວາມໄວສູງແມ່ນສາມາດເຮັດວຽກ, ອ່ານປຶ້ມ, ນອນຫຼືພັກຜ່ອນຢ່ອນອາລົມໄດ້. ລົດໄຟຄວາມໄວສູງແມ່ນໄວຫຼາຍ, ເຮັດໃຫ້ຜູ້ໂດຍສານຮູ້ສຶກປະທັບໃຈ, ທັງໄດ້ເຮັດໃຫ້ຂ້າພະເຈົ້າມີໂອກາດໄດ້ເຫັນເຂດພັດທະນາທີ່ສຳຄັນຂອງຈີນ. ຂ້າພະເຈົ້າໄດ້ຮັບຮູ້ວ່າປະເທດຈີນພວມພິຈາລະນາເລັ່ງລັດພັດທະນາທາງລົດໄຟ. ການພັດທະນາການຂົນສົ່ງຜ່ານທາງລົດໄຟຢູ່ເຂດທີ່ມີປະຊາກອນຈຳນວນຫຼວງຫຼາຍແມ່ນການຄັດເລືອກສະຫຼາດທີ່ສຸດ.