ຈີນ: ບໍ່ວ່າຜູ້ໃດກໍ່ເລື່ອງສ້າງຄວາມປັ່ນປ່ວນຢູ່ທະເລຈີນໃຕ້, ຈີນລ້ວນແຕ່ຈະເດັດດ່ຽວຕໍ່ຕ້ານ

2024-09-15 16:24:21 cri

 

    ວັນທີ 14 ກັນຍານີ້, ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມກ່ຽວກັບການທະຫານທີເກີດຂຶ້ນໃນໄລຍະມໍ່ໆນີ້.

    ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ ໂຄສົກຄະນະກໍາມະການວຽກງານທະເລແຫ່ງຊາດຟີລິບປິນກ່າວວ່າ: ຟີລິບປິນຈະບໍ່ອອກຈາກເຂດທະເລໃກ້ກັບຫາດຊ່ຽນປິ່ນ. ນອກຈາກນີ້, ແນໃສ່ຈີນດຳເນີນການເຄື່ອນໄຫວຕໍ່ຟີລິບປິນຢູ່ທະເລຈີນໃຕ້, ໃນເວລາສົນທະນາ ກັບລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນຜ່ານທາງໂທລະສັບ, ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ກ່າວຢ້ຳຄຳໝັ້ນສັນຍາຂອງອາເມຣິກາທີ່ມີຕໍ່ຟີລິບປິນ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງດັ່ງກ່າວ?

    ທ່ານອູຊ່ຽນ ກ່າວວ່າ: ໝູ່ເກາະນານຊ່າທີ່ລວມຫາດຊ່ຽນປິ່ນແມ່ນຜືນແຜ່ນດິນຂອງຈີນຕັ້ງແຕ່ບູຮານນະການ, ອາເມຣິກາບໍ່ແມ່ນປະເທດທີ່ກ່ຽວກັບຂອງບັນຫາທະເລຈີນໃຕ້, ບໍ່ມີສິດແຊກແຊງຂໍ້ຂັດແຍ້ງທາງດ້ານທະເລລະຫວ່າງຈີນ-ຟີລິບປິນ, ຍິ່ງບໍ່ສາມາດຖືເອົາສັນຍາສອງຝ່າຍເປັນຂໍ້ອ້າງມາທຳລາຍອະທິປະໄຕຜືນແຜ່ນດິນ, ສິດ ແລະ ຜົນປະໂຫຍດທາງທະເລຂອງຈີນ. ສະຖານະການຢູ່ທະເລຈີນໃຕ້ເຄັ່ງຕຶງຂຶ້ນເທື່ອແລ້ວເທື່ອອີກ, ຕົ້ນກຳເນີດແມ່ນຢູ່ນຳຟີລິບປິນລ່ວງລ້ຳອະທິປະໄຕຂອງຈີນ ແລະ ເກາະຜິດຈີນ, ສ່ຽງໄພ ແລະ ກໍ່ເລື່ອງຕາມລຳພັງເທື່ອແລ້ວເທື່ອອີກ, ແມ່ນຢູ່ນຳອາເມຣິກາຍຸແຍ່ ແລະ  ກໍ່ການເປັນປໍລະປັກກັນ. ສິ່ງທີ່ຕ້ອງເນັ້ນໜັກຄື: ບໍ່ວ່າຜູ້ໃດກໍ່ເລື່ອງສ້າງຄວາມປັ່ນປ່ວນຢູ່ທະເລຈີນໃຕ້ ແລະ ລ່ວງລ້ຳອະທິປະໄຕຜືນແຜ່ນດິນ, ສິດ ແລະ ຜົນປະໂຫຍດທາງທະເລຂອງຈີນ, ຈີນກໍຈະນຳໃຊ້ມາດຕະການບັງເກີດຜົນ ແລະ ເຂັ້ມແຂງເພື່ອເດັດດ່ຽວຕໍ່ຕ້ານ.