ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນໃນພິທີສະຫຼອງການສ້າງສະພາປະຊາຊົນແຫ່ງຊາດຈີນຂຶ້ນຄົບຮອບ 70 ປີ

2024-09-15 11:53:55 CRI

 

    ຕອນເຊົ້າວັນທີ 14 ກັນຍານີ້, ສູນກາງພັກຄອມມູນິດຈີນ ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ຈັດພິທີສະຫຼອງການສ້າງສະພາປະຊາຊົນແຫ່ງຊາດຈີນຂຶ້ນຄົບຮອບ 70 ປີຢ່າງໃຫຍ່ໂຕມະໂຫລານຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສອັນສຳຄັນ.



    ທ່ານສີຈິ້ນຜິງກ່າວວ່າ: ເວລາ 70 ປີມານີ້, ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ລະບອບສະພາປະຊາຊົນໄດ້ຮັບປະກັນໃຫ້ຈີນເດີນຕາມເສັ້ນທາງສັງຄົມນິຍົມມາໂດຍຕະຫຼອດຢ່າງບັງເກີດຜົນ,ໄດ້ສະແດງທ່າແຮງດ້ານການເມືອງຢ່າງພົ້ນເດັ່ນໃນການຮັບປະກັນໃຫ້ພັກນຳພາປະຊາຊົນປົກຄອງບໍລິຫານປະເທດຕາມກົດໝາຍຢ່າງບັງເກີດຜົນ, ຮັບປະກັນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບເປັນເວລາຍາວນານ, ໄດ້ສະໜອງການຮັບປະກັນດ້ານລະບອບອັນສຳຄັນເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະສັງຄົມມີຄວາມສະຫງົບດົນນານ. ພຶດຕິກຳຢືນຢັນວ່າ,ລະບອບສະພາປະຊາຊົນແມ່ນລະບອບດີທີ່ສອດຄ່ອງກັບສະພາບແຫ່ງຊາດ ແລະ ເງື່ອນໄຂຕົວຈິງຂອງຈີນ ແລະ ສ່ອງແສງໃຫ້ເຫັນລັກສະນະຂອງປະເທດສັງຄົມນິຍົມ,ແມ່ນລະບອບດີທີ່ສາມາດເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດຢ່າງບັງເກີດຜົນເພື່ອຊຸກຍູ້ຄວາມທັນສະໄໝແບບຈີນຮ່ວມກັນ.