ຄົນຣຸ່ນລູກຫຼານທະຫານຍີ່ປຸ່ນທີ່ຮຸກຮານຈີນຂໍອະໄພໂທດຕໍ່ປະຊາຊົນຈີນ

2024-09-15 11:44:44 CRI


    ວັນທີ 14 ກັນຍານີ້, ກິດຈະກຳຄົນຣຸ່ນລູກຫຼານຂອງທະຫານຍີ່ປຸ່ນທີ່ຮຸກຮານຈີນຄັດຄ້ານສົງຄາມ ແລະ ຂໍອະໄພໂທດທີ່ມີຫົວຂໍ້ວ່າ “ຈື່ຈຳປະຫວັດສາດ,ຮັກຫອມສັນຕິພາບ” ໄດ້ຈັດຂຶ້ນຢູ່ເມືອງກົ່ງຈູຫຼີງ ແຂວງຈີ໋ລີນພາກຕາເວັນອອກສຽງເໜືອຈີນ. ຄົນຣຸ່ນລູກຫຼານຂອງທະຫານຍີ່ປຸ່ນທີ່ຮຸກຮານຈີນຫຼາຍຄົນໄດ້ມາຮອດແຫ່ງນີ້ ເພື່ອຂໍອະໄພໂທດຕໍ່ຜູ້ປະສົບເຄາະຮ້າຍໃນສົງຄາມ.


    ຄົນຣຸ່ນລູກຫຼານທະຫານຍີ່ປຸ່ນທີ່ຮຸກຮານຈີນກ່າວວ່າ: “ທະຫານຍີ່ປຸ່ນທີ່ຮຸກຮານຈີນໄດ້ເຂັ່ນຂ້າປະຊາຊົນຈີນ,ພາກເອົາຊີວິດຂອງເຂົາເຈົ້າໄປ,ປຸ້ນລະດົມເອົາຊັບສິນຂອງເຂົາເຈົ້າໄປ,ທຳລາຍຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ປະຕິບັດໜ້າທີ່ສູ້ຮົບທີ່ໂຫດຮ້າຍປ່າເຖື່ອນ.ໃນຖານະທີ່ເປັນຄົນຣຸ່ນລູກຫຼານຂອງຜູ້ສ້າງໂທດໃນສົງຄາມ,ພວກຂ້າພະເຈົ້າຂໍອະໄພໂທດດ້ວຍຄວາມບໍລິສຸດໃຈ.”

 

     ນອກຈາກຂໍອະໄພໂທດ,ຄົນຣຸ່ນຫຼັງຂອງທະຫານຍີ່ປຸ່ນທີ່ຮຸກຮານຈີນຍັງຮຽກຮ້ອງໃຫ້ຄັດຄ້ານສົງຄາມ, ຮັກຫອມສັນຕິພາບ, ຫວັງໃຫ້ລູກຫຼານຕ່າງໆສາມາດສ້າງສາຍພົວພັນມິດຕະພາບລະຫວ່າງຈີນ ກັບ ຍີ່ປຸ່ນໄດ້.