ວັນທີ 17ກັນຍາ2024 ກົງກັບມື້ເພັງເດືອນ8ຕາມຈັນທະຄະຕິຈີນ, ເປັນບຸນໄຫວ້ພະຈັນ ເຊິ່ງເປັນບຸນປະເພນີສຳຄັນຂອງຈີນ.
ຈີນມີຄຳກອນບູຮານວ່າ: "ຄືນນີ້ຈັນສ່ອງແຈ້ງ ປະຊາເຊື້ອຮ່ວມຊື່ນຊົມ ບໍ່ຮູ້ວ່າ ຄວາມຄິດຮອດທີ່ລອຍຜ່ານອາກາດຂອງລະດູໃບໄມ້ຫຼົ່ນ ຈະໄປລົງທີ່ຫຼັງຄາເຮືອນຜູ້ໃດ". ນັບຕັ້ງແຕ່ບູຮານນະການເປັນຕົ້ນມາ, ຄວາມຮັກແພງທີ່ຈິງໃຈ ແລະ ເລິກເຊິ່ງແບບນີ້ເວລາໃດກໍເປັນຄວາມຫ່ວງໃຍທີ່ຊາບຊຶ້ງໃຈທີ່ສຸດຂອງລູກຫຼານປະຊາຊາດຈີນໃນຍາມບຸນໄຫວ້ພະຈັນ.
ກ່ອນມື້ບຸນໄຫວ້ພະຈັນປີ1986ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ຮອງເຈົ້າຄອງນະຄອນເຊ້ຍເມີນ ແຂວງຟູຈ້ຽນໃນເວລານັ້ນໄດ້ຂີ່ລົດຖີບນຳເອົາເຂົ້າໜົມໄຫວ້ພະຈັນສອງກັບໄປຫໍພັກນັກສຶກສາມະຫາວິທະຍາໄລເຊ້ຍເມີນເພື່ອຮ່ວມສະຫຼອງບຸນກັບນັກສຶກສາຢູ່ທີ່ນັ້ນ ເລື່ອງນີ້ໄດ້ເຮັດໃຫ້ນັກສຶກສາທັງຫຼາຍທີ່ຫ່າງໄກພໍ່ແມ່ມາຮ່ຳຮຽນຢູ່ຕ່າງຖິ່ນນັ້ນຮູ້ສຶກໄດ້ເຖິງຄວາມສຸກແບບຄອບຄົວ.
ຫຼາຍປີຜ່ານມານີ້, ບໍ່ວ່າຈະເປັນໄວໜຸ່ມທີ່ຈາກຄອບຄົວໄປຮຽນຢູ່ຕ່າງຖິ່ນຫຼືຜູ້ຄົນທີ່ຈາກບ້ານເກີດເມືອງນອນໄປເຮັດວຽກ ແລະ ດຳລົງຊີວິດຢູ່ທາງໄກ. ທ່ານສີຈິ້ນຜິງລ້ວນແຕ່ໄດ້ມີຄວາມຫ່ວງໃຍຢູ່ໃນໃຈ ພໍຮອດມື້ບຸນປະເພນີອັນສຳຄັນ, ເພິ່ນກໍໄດ້ສົ່ງຄວາມອວຍພອນໄປໃຫ້ຄົນທັງຫຼາຍ.
ວັນທີ 23ກັນຍາ2015, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຈັດຂຶ້ນຢ່າງສົມກຽດໂດຍບຸກຄົນຈາກວົງການຊາວຈີນຕ່າງດ້າວຢູ່ນະຄອນຊີອັດໂຕຂອງອາເມຣິກາ, ເພິ່ນໄດ້ເວົ້າດ້ວຍຄວາມປະທັບໃຈວ່າ: “ຍັງອີກບໍ່ເທົ່າໃດມື້ ກໍຮອດບຸນໄຫວ້ພະຈັນແລ້ວ. ພໍຮອດມື້ບຸນທີ່ເປັນລືກງາມຍາມດີກໍແຮ່ງຄິດຮອດຄິດເຖິງຄອບຄົວຍາດຕິພີ່ນ້ອງ. ຂ້າພະເຈົ້າຮູ້ດີວ່າ ທຸກທ່ານຢູ່ທີ່ແຫ່ງນີ້ຕ່າງກໍຄິດຮອດຄິດເຖິງປະເທດຊາດ ແລະ ຍາດຕິພີ່ນ້ອງຢູ່ທາງໄກ, ປະເທດຊາດແລະ ຍາດຕິພີ່ນ້ອງກໍມີຄວາມຫ່ວງໃຍເຖິງພີ່ນ້ອງຢູ່ຕ່າງປະເທດທຸກຄົນເຊັ່ນດຽວກັນ.”
ຕາມມູນເຊື້ອຂອງຄົນຈີນແລ້ວ, ດວງຈັນເຕັມດວງໃນຄ່ຳຄືນຂອງມື້ບຸນໄຫວ້ພະຈັນແມ່ນໄດ້ສື່ຄວາມໝາຍເຖິງຄວາມຄິດຮອດຄິດເຖິງຂອງຜູ້ຄົນທັງຫຼາຍທີ່ມີຕໍ່ຄອບຄົວ ໝູ່ເພື່ອນຍາດຕິພີ່ນ້ອງ. ທີ່ຈິງແລ້ວ, ບໍ່ສະເພາະແຕ່ບຸນໄຫວ້ພະຈັນເທົ່ານັ້ນ, ພໍຮອດບຸນປະເພນີຂອງຈີນ, ຄຳໂອ້ລົມແລະຄຳປາໄສຂອງທ່ານສີຈິ້ນຜິງຕ່າງກໍໄດ້ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຄອບຄົວ ແລະ ຄວາມຮັກແພງຂອງຄົນໃນຄອບຄົວ.
ໃນງານອວຍພອນປີໃໝ່ບຸນກຸດຈີນ2017ທີ່ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ສັງຄົມໃນປັດຈຸບັນປ່ຽນແປງຢ່າງວ່ອງໄວ, ຄົນເຮົາເຮັດວຽກແບບປາກກັດຕີນຖີບ ຈົນລືມພັກຜ່ອນລືມກິນລືມນອນ, ສູ້ຊົນວິ່ງເຕັ້ນຢູ່ທົ່ວທຸກສາລະທິດ, ແຕ່ວ່າ ເຮົາບໍ່ຄວນຫຼົງລືມຈິດວິນຍານແຫ່ງຄວາມເປັນມະນຸດ. ຢ່າໃຫ້ຈິດວິນຍານແຫ່ງຄວາມເປັນມະນຸດຫ່າງເຫີນໄປຈາກຕົວພຽງເພາະໄລຍະຫ່າງຂອງຮ່າງກາຍ, ຢ່າໄດ້ປະຖິ້ມຈິດວິນຍານແຫ່ງຄວາມເປັນມະນຸດພຽງເພາະຫຍຸ້ງຢູ່ກັບວຽກງານປະຈຳວັນ, ຢ່າໄດ້ໂດດຂ້າມຈິດວິນຍານແຫ່ງຄວາມເປັນມະນຸດ ພຽງເພາະຄວາມຟ້າວຟັ່ງແລ່ນໄຂວ່ຄວ້າເອົາສິ່ງດໍາລົງລ້ຽງຊີບທຸກເຊົ້າຄໍ່າ.”
ຄຳວ່າ “ຈິດວິນຍານແຫ່ງຄວາມເປັນມະນຸດ” ໄດ້ກວມເຖິງຄວາມຮັກແພງຂອງຄົນໃນຄອບຄົວ, ຄວາມຮັກແພງລະຫວ່າງໝູ່ເພື່ອນ, ຄວາມຮັກ ແລະ ດ້ານອື່ນໆ, ເຊິ່ງໄດ້ຜູກພັນຈິດໃຈຂອງຄອບຄົວທີ່ສະໜິດສະໜົມຫາອັນປຽບບໍ່ໄດ້, ໝູ່ເພື່ອນທີ່ຮ່ວມທຸກຮ່ວມສຸກ ແລະ ຄູ່ຮັກທີ່ບໍ່ປະຖິ້ມກັນ.
ທ່ານສີຈິ້ນຜິງໄດ້ນຳໃຊ້ຄຳເວົ້າທີ່ລຽບງ່າຍມາຕັກເຕືອນໃຫ້ຄົນທັງຫຼາຍວ່າ:ຢ່າໃຫ້ຈິດວິນຍານແຫ່ງຄວາມເປັນມະນຸດຫ່າງເຫີນໄປຈາກຕົວພຽງເພາະໄລຍະຫ່າງຂອງຮ່າງກາຍ, ຢ່າປະຖິ້ມຈິດວິນຍານແຫ່ງຄວາມເປັນມະນຸດພຽງເພາະຫຍຸ້ງຢູ່ກັບວຽກງານປະຈຳວັນ, ຢ່າໄດ້ໂດດຂ້າມຈິດວິນຍານແຫ່ງຄວາມເປັນມະນຸດ ພຽງເພາະຄວາມຟ້າວຟັ່ງແລ່ນໄຂວ່ຄວ້າເອົາສິ່ງດໍາລົງລ້ຽງຊີບທຸກເຊົ້າຄໍ່າ. ຄຳເວົ້ານີ້ຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃສໃຈຈິງຂອງເພິ່ນ ແລະສ້າງແຮງບັນດານໃຈໃຫ້ແກ່ຄົນທັງຫຼາຍຢ່າງບໍ່ຮູ້ສຶກຕົວ.
ທ່ານສີຈິ້ນຜິງເວົ້າແບບນີ້ ເພິ່ນກໍໄດ້ເຮັດແບບນີ້ເຊັ່ນດຽວກັນ.
ໃນບຸນກຸດຈີນປີ2001, ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນເນື່ອງຈາກຫຍຸ້ງນຳວຽກງານຫຼາຍຈຶ່ງບໍ່ສາມາດກັບຄືນເມືອບ້ານເພື່ອສະຫຼອງບຸນກຸດຈີນກັບພໍ່ແມ່ຢູ່ນະຄອນຫຼວງປັກກິ່ງໄດ້. ເພິ່ນໄດ້ໂທລະສັບລົມກັບທ່ານນາງ ຊີຊິ່ນ ແມ່ຂອງເພິ່ນ, ການລົມໂທລະສັບພຽງບໍ່ເທົ່າໃດນາທີ ໄດ້ກວມເຖິງຄວາມອວຍພອນ, ຄວາມຮັກແພງ, ຄວາມຄິດຮອດຄິດເຖິງຂອງຄອບຄົວ, ຄຳສັ່ງສອນຂອງແມ່. ເຖິງຈະເປັນເວລາພຽງສັ້ນໆແຕ່ຊ້ຳພັດໄດ້ເຕັມໄປດ້ວຍຄວາມອົບອຸ່ນ ເຮັດໃຫ້ໄລຍະຫ່າງໄກກັນເກືອບ2000ກິໂລແມັດລະຫວ່າງປັກກິ່ງກັບແຂວງຟູຈ້ຽນຫຍັບເຂົ້າໃກ້ກັນປານກັບໄດ້ຢູ່ຄຽງຂ້າງກັນ.
ກ່ອນບຸນກຸດຈີນ2015ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະຫຼະເວລາຈາກການຫຍຸ້ງນຳວຽກງານຂອງພັກ ແລະ ລັດຖະບານຢ່າງຫຼວງຫຼາຍໂດຍເດີນທາງກັບໄປບ້ານຫຼຽງເຈ່ຍເຫີ ບ່ອນທີ່ເພິ່ນເຄີຍລົງພື້ນຖານດຳລົງຊີວິດ ແລະ ເຮັດວຽກເປັນຊາວນາໃນຍາມໄວໜຸ່ມ ເພື່ອໄປຢ້ຽມຢາມ ປະຊາຊົນ ແລະ ເພື່ອນເກົ່າຢູ່ພາຍໃນບ້ານ ທີ່ເພິ່ນເຄີຍດຳລົງຊີວິດຮ່ວມກັບເຂົາເຈົ້າຢູ່ເຮືອນຖ້ຳ, ນອນຕຽງເຕົາໄຟກໍ່ດ້ວຍດິນ, ສ້າງເຂື່ອນກັ້ນດິນເພື່ອປູກຝັງ, ສ້າງທາງ, ສ້າງອ່າງແກັສທຳມະຊາດໃນເມື່ອກ່ອນ. ທ່ານສີຈິ້ນຜິງໄດ້ເອີ້ນຊື່ເຂົາເຈົ້າຢ່າງສະໜິດສະໜົມ, ຢື້ຢາມຖາມຂ່າວຕໍ່ຄອບຄົວຂອງເຂົາເຈົ້າ, ພ້ອມກັນຫວນຄືນຄວາມຫຼັງ, ລົມເລື່ອງລາວໃນຊີວິດປະຈຳວັນ, ມິດຕະພາບທີ່ສືບສານມາເປັນເວລາ 40 ກວ່າປີຍິ່ງແໜ້ນແຟ້ນຂຶ້ນຕື່ມອີກ.
ຈິດວິນຍານແຫ່ງຄວາມເປັນມະນຸດແມ່ນເຊື່ອມສານເຂົ້າໃນຄວາມຮັກແພງຂອງຄົນໃນຄອບຄົວ, ສອດຫ້ອຍເຂົ້າໃນມິດຕະພາບຂອງໝູ່ເພື່ອນ ແລະ ກໍເກີດຂຶ້ນໃນຄວາມຮັກເຊັ່ນດຽວກັນ. ພາຍຫຼັງແຕ່ງດອງແລ້ວ, ທ່ານສີຈິ້ນຜິງ ແລະ ທ່ານນາງ ເຜີງລີ້ຢວນຕ່າງກໍສູ້ຊົນໃນພາລະກິດຂອງໃຜລາວ, ພວກເພິ່ນສ່ວນຫຼາຍມີໂອກາດໜ້ອຍທີ່ຈະໄດ້ເຕົ້າໂຮມກັນ. ໃນມື້ທີ4ຫຼັງຈາກແຕ່ງດອງ, ທ່ານນາງ ເຜີງລີ້ຢວນ ໃນນາມເປັນນັກຮ້ອງກໍໄປປະຕິບັດໜ້າທີ່ການສະແດງຢູ່ຕ່າງຖິ່ນ. ຫຼັງຈາກນັ້ນສອງເດືອນຈຶ່ງໄດ້ກັບຄືນເຖິງນະຄອນເຊ້ຍເມີນ ເຊິ່ງເປັນບ່ອນເຮັດວຽກຂອງທ່ານສີຈິ້ນຜິງໃນເວລານັ້ນ. ພໍທ່ານນາງເຜີງລີ້ຢວນເຂົ້າປະຕູເຮືອນມາ, ທ່ານສີຈິ້ນຜິງໄດ້ເອົາຊໍ່ດອກໄມ້ທີ່ເຊື່ອງໄວ້ຢູ່ທາງຫຼັງທີ່ເພິ່ນຫາກໍ່ເດັດຢູ່ເດີ່ນບ້ານມາໃໝ່ໆນັ້ນມອບໃຫ້ພັນລະຍາ, ເຊິ່ງເປັນການເພີ່ມເຕີມສີສັນໃຫ້ແກ່ບັນຍາກາດປະທັບໃຈອັນພິເສດສຳລັບຄູ່ສົມລົດໃໝ່ໄດ້ເຕົ້າໂຮມກັນຄືນໃໝ່ພາຍຫຼັງຫ່າງໄກຈາກກັນເປັນໄລຍະສັ້ນ.
ໝູ່ເພື່ອນຍາດຕິພີ່ນ້ອງໄປມາຫາສູ່ກັນຍິ່ງຫຼາຍຍິ່ງໃກ້ຊິດ ແລະ ສະໜິດສະໜົມ, ຈັບມືຄູ່ຮັກຍິ່ງແໜ້ນຍິ່ງເພີ່ມຄວາມຮັກຂຶ້ນຕື່ມ. ດ້ວຍອຸດົມການແຕ່ຫົວທີທີ່ຈິງໃຈ ແລະ ການກະທຳຕົວຈິງທີ່ລຽບງ່າຍ, ທ່ານສີຈິ້ນຜິງໄດ້ພິສູດໃຫ້ເຫັນຄຳວ່າ “ບໍ່ຄວນຫຼົງລືມຈິດວິນຍານແຫ່ງຄວາມເປັນມະນຸດ.”