ສະຖານທູດຈີນປະຈຳໄທແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້ ຈີນບໍ່ໄດ້ລະບາຍນ້ຳລົງສູ່ຍ່ານໃຕ້ຂອງແມ່ນ້ຳຂອງ

2024-09-16 16:49:43 cri

   

   ວັນທີ 15 ກັນຍານີ້, ໂຄສົກສະຖານທູດຈີນປະຈຳໄທໄດ້ແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆນີ້ ຈີນບໍ່ໄດ້ລະບາຍນ້ຳລົງສູ່ຍ່ານໃຕ້ຂອງແມ່ນ້ຳຂອງ.

   ໂຄສົກຜູ້ນີ້ກ່າວຕື່ມວ່າ: ວັນທີ 15 ກັນຍານີ້, ມີສື່ມວນຊົນລາຍງານຂ່າວອີກວ່າ ຈີນພວມລະບາຍນ້ຳລົງສູ່ແມ່ນ້ຳຂອງ. ຜ່ານການສອບຖາມຂອງພາກສ່ວນຄຸ້ມຄອງຂອງຈີນແລ້ວຢືນຢັນວ່າ: ເພື່ອຊ່ວຍເຫຼືອເຂດຍ່ານໃຕ້ແມ່ນ້ຳຮັບມືກັບໄພນ້ຳຖ້ວມ, ຫວ່າງມໍ່ໆມານີ້ ຈີນໄດ້ຫຼຸດບໍລິມາດປ່ອຍນ້ຳຂອງອ່າງເກັບນ້ຳຢູ່ນະຄອນຊຽງຮຸ່ງກິ່ງແຂວງສິບສອງພັ່ນນາໃຫ້ໜ້ອຍລົງຢ່າງຕໍ່ເນື່ອງ, ເຊິ່ງບໍ່ມີຄວາມອາດເປັນໄປໄດ້ທີ່ຈະສ້າງຄວາມກົດດັນຕໍ່ການຕ້ານໄພນ້ຳຖ້ວມແລະກູ້ໄພຢູ່ເຂດຍ່ານໃຕ້. ຈີນຍິນດີສືບຕໍ່ເພີ່ມທະວີການແລກປ່ຽນແລະຮ່ວມມືກັບປະເທດຕາມລ່ອງນ້ຳ, ຮ່ວມກັນຮັບມືກັບຜົນກະທົບຈາກດິນຟ້າອາກາດທີ່ຮ້າຍແຮງ.