ຜູ້ແທນຂອງຕ່າງປະເທດມີຄວາມໝັ້ນໃຈຕໍ່ເສດຖະກິດຈີນ

2024-09-16 17:19:59 cri

   ງານຕະຫຼາດການຄ້າການບໍລິການປີ2024ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນລະຫວ່າງວັນທີ12-16ກັນຍານີ້, ມີ 85 ປະເທດແລະອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ.  ທູຕານູທູດຕ່າງປະເທດຫຼາຍທ່ານທີ່ເຂົ້າຮ່ວມງານດັ່ງກ່າວມີຄວາມໝັ້ນໃຈຕໍ່ຂະໜາດແລະອະນາຄົດການພັດພະນາຂອງຕະຫຼາດຈີນ ພ້ອມດ້ວຍຂົງເຂດການຄ້າການບໍລິການທີ່ເປີດປະຕູສູ່ພາຍນອກຂອງຈີນ, ຫວັງວ່າຈະບັນລຸການຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢູ່ເທິງເວທີງານຕະຫຼາດການຄ້າການບໍລິການ.



   ທ່ານກູລາມ ຄາເດີ ທີ່ເປິກສາການຄ້າຂອງສະຖານທູດປາກີສະຖານປະຈຳຈີນກ່າວວ່າ: ງານຕະຫຼາດການຄ້າການບໍລິການໄດ້ຈັດຂຶ້ນຢ່າງລຽນຕິດແລະໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ຈີນແມ່ນເຄື່ອງສ້າງຄວາມໝັ້ນທ່ຽງແລະເປັນແຫຼ່ງພະລັງແຮງຂັບເຄື່ອນຕໍ່ການພັດທະນາເສດຖະກິດໂລກ. ພວກເຮົາຫວັງວ່າຈະດຳເນີນການຮ່ວມມືຫຼາຍກວ່າເກົ່າກັບຈີນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ.



   ທ່ານພາວ ນາຊີເມັນໂຕ ເອກອັກຄະລັດຖະທູດປອກຕຸຍການປະຈຳຈີນກ່າວວ່າ: ພວກເຮົາມີຄວາມໝັ້ນໃຈຢ່າງຫຼວງຫຼາຍຕໍ່ຕະຫຼາດຈີນ, ຕະຫຼາດຈີນໄດ້ເປີດປະຕູສູ່ພາຍນອກມາໂດຍຕະຫຼອດ, ໃນຫຼາຍປີມານີ້ ເສດຖະກິດຈີນໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ພວກເຮົາຫວັງວ່າຈີນຈະສາມາດຮັກສາພະລັງແຮງຂັບເຄື່ອນໃນການພັດທະນາ, ພວກເຮົາກໍຫວັງວ່າ ຈີນແລະໂລກຈະສາມາດເກາະແຂນກັນກ້າວເດີນໄປຂ້າງໜ້າພ້ອມກັນ, ສ້າງໂອກາດໃຫ້ແຕ່ລະຄົນທີ່ພັດທະນາຢ່າງຕັ້ງໜ້າ.