ກຳປັ່ນເລກ 9701 ຂອງຟິລິບປິນທີ່ຄ້າງຢູ່ຫາດຊ່ຽນປ່ິນຈີນຢ່າງຜິດກົດໝາຍຖອນອອກໄປ

2024-09-16 14:49:55 CRI

    ທ່ານລີວເຕີຈວິ່ນ ໂຄສົກກົມຕະຫຼວດທະເລຈີນກ່າວວ່າ, ນັບແຕ່ວັນທີ 17 ເມສາປີນີ້ເປັນຕົ້ນມາ, ກຳປັ່ນເລກ 9701 ເຊິ່ງເປັນກຳປັ່ນຕຳຫຼວດທາງທະເລຂອງຟິລິບປິນໄດ້ຄ້າງຢູ່ຫາດຊຽນປິນຈີນຢ່າງຜິດກົດໝາຍເປັນເວລາເກືອບ 5 ເດືອນ, ການກະທຳດັ່ງກ່າວຂອງຟິລິບປິນໄດ້ລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຈີນຢ່າງໜັກໜ່ວງ,ລະເມີດ“ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຕ່າງໆຢູ່ທະເລຈີນໃຕ້”ຢ່າງຮຸນແຮງ ພ້ອມທັງ ທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຢ່າງໜັກໜ່ວງ.



    ເວລາ 14 ໂມງຂອງວັນທີ 14 ກັນຍານີ້, ກຳປັ່ນເລກ 9701 ຂອງຟິລິບປິນໄດ້ຖອນອອກຈາກໜອງບໍລິເວນຂອງຫາດຊ່ຽນປິ່ນ. ຈີນແຈ້ງຕໍ່ຟິລິບປິນຢ່າງເຄັ່ງຂຶມວ່າ: ຕ້ອງຍຸດຕິການໂຄສະນາປ່າວຂ່າວ, ບໍ່ຄວນລ່ວງລະເມີດສິດຂອງຈີນຢ່າງສ່ຽງໄພ,ຫາກຄວນກ້າວໄປໃນທິດທາງດຽວກັນກັບຈີນ ເພື່ອຮັກສາ “ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ໃຫ້ມີຄວາມເຂັ້ມງວດ ແລະຜົນສັກສິດ. ຈີນມີອະທິປະໄຕທີ່ໂຕ້ຖຽງບໍ່ໄດ້ຕໍ່ໝູ່ເກາະນານຊ່າ ພ້ອມດ້ວຍເຂດທະເລທີ່ຢູ່ອ້ອມຂ້າງ ເຊິ່ງລວມທັງຫາດຊຽນປິນ, ຕຳຫຼວດທາງທະເລຈີນຈະດຳເນີນການເຄື່ອນໄຫວປົກປ້ອງສິດ ແລະ ປະຕິດບັດກົດໝາຍຢ່າງຕໍ່ເນື່ອງຢູ່ເຂດທະເລທີ່ຈີນຄຸ້ມຄອງຕາມກົດໝາຍ,ເດັດດ່ຽວປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະ ສິດຜົນປະໂຫຍດທາງທະເລຂອງປະເທດຕົນ.