ຈີນ ແລະ ອາເມຣິກາຈັດກອງປະຊຸມວຽກງານຂອງກະຊວງປ້ອງກັນປະເທດຄັ້ງທີ 18

2024-09-16 15:58:28 cri


    ລະຫວ່າງວັນທີ 14-15 ກັນຍານີ້, ກອງປະຊຸມວຽກງານຂອງກະຊວງປ້ອງກັນປະເທດລະຫວ່າງຈີນ-ອາເມຣິກາຄັ້ງທີ 18 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ຜູ້ນຳຫ້ອງວ່າການຮ່ວມມືການທະຫານສາກົນຄະນະກຳມະການການທະຫານສູນກາງຈີນ ແລະ ຜູ້ຊ່ວຍວຽກຂອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ຮ່ວມກັນເປັນປະທານກອງປະຊຸມຄັ້ງນີ້. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງລົງເລິກກ່ຽວກັບສາຍພົວພັນລະຫວ່າງກອງທັບສອງປະເທດ, ການໄປມາຫາສູ່ກັນລະຫວ່າງກອງທັບສອງປະເທດໃນໄລຍະຕໍ່ໄປ ແລະ ບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.