ງານລາຕາສະເຫຼີມສະຫຼອງບຸນໄຫວ້ພະຈັນ 2024 ຂອງວິທະຍຸໂທລະພາບສູນກາງຈີນຈະເລີ່ມອອກອາກາດສູ່ຜູ້ຊົມທົ່ວໂລກໃນ 20 ໂມງມື້ນີ້

2024-09-17 16:38:39 cri

 

    ເວລາ 20 ໂມງວັນທີ 17 ກັນຍານີ້, ງານລາຕາສະເຫຼີມສະຫຼອງບຸນໄຫວ້ພະຈັນ 2024 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຈະເລີ່ມອອກອາກາດສູ່ຜູ້ຊົມທົ່ວໂລກຜ່ານທາງຊ່ອງທາງຕ່າງໆ ເຊັ່ນ: ຊ່ອງໂທລະພາບ, ຄື້ນວິທະຍຸ, ສື່ສັງຄົມອອນລາຍ ແລະ ອື່ນໆ.




    ໃນຖານະເປັນບຸນສຳຄັນທີ່ຝາກອາລົມຈິດຄິດຮອດຄິດເຖິງບ້ານເກີດເມືອງນອນ ແລະ ສະມາຊິກຄອບຄົວເຕົ້າໂຮມຄົບໜ້າຄົບຕາກັນຂອງປະຊາຊົນຈີນ, ບຸນໄຫວ້ພະຈັນມີເນື້ອໃນວັດທະນະທຳທີ່ອຸດົມສົມບູນ. ງານລາຕີສະເຫຼີມສະຫຼອງບຸນໄຫວ້ພະຈັນປີນີ້ຈະນຳໃຊ້ຮູບແບບສິລະປະທີ່ປະດິດສ້າງໃໝ່, ສ່ອງແສງໃຫ້ເຫັນເຖິງວັດທະນະທຳທີ່ເປັນມູນເຊື້ອຂອງຈີນໂດຍຜ່ານສຽງເພງ, ບົດຟ້ອນ, ງິ້ວ ແລະ ເຄື່ອງດົນຕີເປັນຕົ້ນ, ນຳເອົາຄວາມສວຍງາມແຫ່ງພາບ-ອາລົມຈິດ, ວັດທະນະທຳ ແລະ ວິທະຍາສາດເຕັກໂນໂລຊີໃຫ້ແກ່ຜູ້ຊົມທັງຫຼາຍ.