ງານລາຕີສະເຫຼີມສະຫຼອງບຸນໄຫວ້ພະຈັນຂ້າມຊາດຈີນ-ຫວຽດນາມຈັດຂຶ້ນຢູ່ນະຄອນໂຮຈີມິນຂອງຫວຽດນາມ

2024-09-17 16:42:38 cri


    ງານຮັບຮອງລ້ຽງສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ ແລະ ງານລາຕີສະເຫຼີມສະຫຼອງບຸນໄຫວ້ພະຈັນຂ້າມຊາດຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນໂຮຈີມິນຂອງຫວຽດນາມໃນຕອນຄ່ຳວັນທີ 16 ກັນຍານີ້, ນັກສິລະປິນ ແລະ ຄະນະສິລະປະສອງປະເທດຈີນ-ຫວຽດນາມໄດ້ຮ່ວມກັນສະແດງສິລະປະ.

    


    ງານລາຕີດັ່ງກ່າວແມ່ນຮ່ວມຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວອົງການປົກຄອງແຂວງຢູນນານ, ຫ້ອງການວຽກງານການຕ່າງປະເທດອົງການປົກຄອງແຂວງຢູນນານ ແລະ ກົງສຸນໃຫຍ່ຈີນປະຈໍານະຄອນໂຮຈີມິນ.



    ທ່ານນາງ ເຈີ່ງຢ້ຽນກຳມະການປະຈຳຄະນະພັກແຂວງຢູນນານ ຫົວໜ້າຄະນະໂຄສະນາອົບຮົມແຂວງຢູນນານໄດ້ກ່າວຄຳປາໄສຜ່ານທາງວິດີໂອວ່າ: ການຮ່ວມມືລະຫວ່າງແຂວງຢູນນານ-ຫວຽດນາມແມ່ນສ່ວນປະກອບອັນສຳຄັນຂອງສາຍພົວພັນຈີນ-ຫວຽດນາມ, ແຂວງຢູນນານຍິນດີຮ່ວມກັບບັນດາຝ່າຍຂອງຫວຽດນາມ, ສືບຕໍ່ລົງເລິກການແລກປ່ຽນດ້ານວັດທະນະທຳ, ຖອດທອນບົດຮຽນດ້ານອະລິຍະທຳ, ຊຸກຍູ້ການເຊື່ອມສານຈິດໃຈປະຊາຊົນເປັນຢ່າງດີກວ່າເກົ່າ, ເຮັດໃຫ້ຜົນງານດ້ານການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນນຳເອົາຜົນດີໃຫ້ແກ່ປະຊາຊົນຈີນ-ຫວຽດນາມ ແລະ ເຮັດໃຫ້ມິດຕະພາບຈີນ-ຫວຽດນາມໝັ້ນຄົງຂະໜົງແກ່ນ.