ກ່ຽວກັບບັນຫາໂກໂຊໂວ,ຈີນຈະເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງແຊກບີຄືເກົ່າ

2024-09-17 11:15:58 cri


   ວັນທີ 16 ກັນຍານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບສະຖານະການຢູ່ເຂດໂກໂຊໂວ.

   ມີນັກຂ່າວຖາມວ່າ: ມີຂ່າວລາຍງານວ່າ: ອົງການປົກຄອງຕົນເອງຊົ່ວຄາວ ພຣິສຕີນາ ໄດ້ລ່ວງເຂົ້າແລະຄວບຄຸມອົງການເຜົ່າແຊກບີທາງພາກເໜືອຂອງໂກໂຊໂວ. ຝ່າຍຕຳຫຼວດໂຄໂຊໂວໄດ້ຈັບຕົວປະຊາຊົນເຜົ່າແຊກບີ 4 ຄົນ, ຮິບເອົາເງິນຕາແຊກບີໃນຄັງສະສົມເງິນຂອງທະນາຄານແຫ່ງຊາດແຊກບີທີ່ຕັ້ງຢູ່ພາກເໜືອໂກໂຊໂວ. ສະຖານະການຢູ່ເຂດໂຄໂຊໂວເຄັ່ງຕຶງຂຶ້ນອີກເທື່ອໜຶ່ງ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ກ່ຽວກັບບັນຫາໂຄໂຊໂວ,ຈີນຈະເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງແຊກບີຄືເກົ່າ, ຈີນເຫັນວ່າ ຄວາມປອດໄພ, ສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງເຜົ່າແຊກບີຢູ່ເຂດໂກໂຊໂວຄວນໄດ້ຮັບການຮັບປະກັນ. ການກະທຳແຕ່ຝ່າຍດຽວຈະບໍ່ສາມາດຊ່ວຍໃຫ້ແກ້ໄຂບັນຫາໄດ້ ທັງກະທົບເຖິງຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນ. ຝ່າຍທີ່ກ່ຽວຂ້ອງຄວນສືບຕໍ່ດຳເນີນການສົນທະນາທີ່ແທດເໝາະກັບສະພາບຕົວຈິງແລະສ້າງສັນ, ຕັ້ງໜ້າສະແຫວງຫາແຜນການແກ້ໄຂບັນຫາໂກໂຊໂວຢ່າງຖາວອນ.