ນະຄອນເສິນຢາງຈີນຈັດພິທີຕີລະຄັງເພື່ອເຕືອນໃຫ້ລະນຶກເຖິງເຫດການ 18 ກັນຍາທີ່ເກີດຂຶ້ນຄົບຮອບ 93 ປີ

2024-09-18 16:43:28 cri

ປີນີ້ແມ່ນປີລະນຶກເຖິງເຫດການ 18 ກັນຍາເກີດຂຶ້ນຄົບຮອບ 93 ປີ. ເຫດການ 18 ກັນຍາ ໄດ້ເກີດຂຶ້ນໃນປີ 1931 ເຊິ່ງບໍ່ພຽງແຕ່ເປັນຈຸດເລີ່ມຕົ້ນຂອງຊົນຊາດຈີນທີ່ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນເທົ່ານັ້ນ ແຕ່ຍັງໄດ້ເປີດສາກສົງຄາມຕໍ່ສູ້ຕ້ານລັດທິຟາດຊິດຂອງໂລກອີກດ້ວຍ. ຕອນເຊົ້າວັນທີ 18 ກັນຍານີ້, ນະຄອນເສິນຢາງແຂວງຫຼຽວໜິງຈີນ ເຊິ່ງເປັນສະຖານທີ່ເກີດເຫດ 18 ກັນຍາ ໄດ້ຈັດພິທີຕີລະຄັງເພື່ອເຕືອນໃຫ້ຄົນທັງຫຼາຍຢ່າລືມເຫດການ 18 ກັນຍາ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະໜາມຫຼວງສີລາລືກຂອງຫໍພິພິທະພັນປະຫວັດສາດ 18 ກັນຍາ, ບຸກຄົນວົງການຕ່າງໆໄດ້ຮ່ວມກັນຕີລະຄັງເຕືອນໄພທັງໝົດ 14 ບາດ ເຊິ່ງຕາງໜ້າໃຫ້ແກ່ຂະບວນການຕໍ່ສູ້ຕ້ານຈັກກະພັດຍີ່ປຸ່ນດ້ວຍເລືອດເນື້ອຂອງຊົນຊາດຈີນທີ່ລຳບາກກາກກຳແລະຍືດເຍືອຍາວນານເຖິງ 14 ປີ ພ້ອມທັງເຕືອນຄົນທັງຫຼາຍຢ່າລືມຄວາມອັບປະຍົດຂອງຊາດ ແລະ ສ້າງຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ.