ຫວຽດນາມຖືເອົາການພົວພັນກັບຈີນເປັນບຸລິມະສິດເໜືອກວ່າໝູ່

2024-09-18 10:29:11 CRI

ວັນທີ 17 ກັນຍານີ້, ທ່ານໂຕ່ເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດຫວຽດນາມໄດ້ກ່າວຢ້ຳຢູ່ນະຄອນຫຼວງຮ່າໂນ້ຍວ່າ: ຫວຽດນາມຖືເອົາການພົວພັນກັບຈີນເປັນບຸລິມະສິດເໜືອກວ່າໝູ່.


ໃນໂອກາດທີ່ຮັບສານຕາຕັ້ງຈາກທ່ານເຫີເຫວີຍ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມຄົນໃໝ່ໃນວັນດັ່ງກ່າວ, ທ່ານໂຕ່ເລີ່ມກ່າວວ່າ: “ປັດຈຸບັນ, ສາຍພົວພັນລະຫວ່າງຫວຽດນາມ-ຈີນໄດ້ກ້າວຂຶ້ນສູ່ລະດັບໃໝ່ທີ່ບໍ່ເຄີຍມີມາກ່ອນ, ຈະຕ້ອງຖືເອົາການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດທີ່ຈະຄົບຮອບ 75 ປີໃນປີໜ້າເປັນໂອກາດ, ສຸມໃສ່ກິດຈະການຫຼັກຂອງການສ້າງຄູ່ຮ່ວມຊາຕາກຳ, ວາງແຜນໂດຍລວມກ່ຽວກັບການຮ່ວມມືທາງຍຸດທະສາດລະຫວ່າງສອງປະເທດທີ່ດຳເນີນໄປຢ່າງຮອບດ້ານ ແລະ ມີລະດັບສູງ. ສ້າງຄວາມສຸກໃຫ້ແກ່ສອງປະເທດ ກໍຄືປະຊາຊົນສອງຊາດຢ່າງບໍ່ຢຸດຢັ້ງ.


ທ່ານເຫີເຫວີຍກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຈາກຜູ້ນຳສູງສຸດຂອງສອງພັກ, ຈີນ ແລະ ຫວຽດນາມໄດ້ເລີ່ມຕົ້ນຂະບວນການອອກເດີນທາງຄັ້ງໃໝ່ຂອງການສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍທາງຍຸດທະສາດ, ການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆໄດ້ກ້າວເຂົ້າສູ່ທາງດ່ວນແຫ່ງການຍົກລະດັບ ແລະ ຍົກສູງຄຸນນະພາບ. ຈີນຍິນດີຮ່ວມກັບຫວຽດນາມ, ວາດພາບແຫ່ງການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມໃຫ້ດີ, ຊຸກຍູ້ໃຫ້ເຮືອແຫ່ງມິດຕະພາບລະຫວ່າງສອງປະເທດຝ່າລົມໂຕ້ຄື້ນ ເດີນໄປຂ້າງໜ້າເລື້ອຍໆຢ່າງໝັ້ນທ່ຽງ.