ທົ່ວປະເທດຈີນຮັບ-ສົ່ງເຄື່ອງໄປສະນີດ່ວນທັງໝົດ 2,7 ຕື້ກວ່າສະບັບໃນໄລຍະພັກບຸນໄຫວ້ພະຈັນປີນີ້

2024-09-18 16:44:17 cri

ອີງຕາມຕົວເລກຂໍ້ມູນຈາກອົງການໄປສະນີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນໄຫວ້ພະຈັນປີນີ້ ຄື ລະຫວ່າງວັນທີ 15 ຫາ 17 ກັນຍານີ້, ວຽກງານຂອງຂະແໜງການໄປສະນີທົ່ວປະເທດໄດ້ດຳເນີນໄປຢ່າງຄຶກຄື້ນ, ໄດ້ຮັບເຄື່ອງໄປສະນີດ່ວນທັງໝົດ 1,3 ຕື້ສະບັບ, ສະເລ່ຍຕໍ່ມື້ແລ້ວ ໄດ້ເພີ່ມຂຶ້ນ 35,4% ເມື່ອທຽບໃສ່ໄລຍະພັກບຸນໄຫວ້ພະຈັນປີກາຍ; ໄດ້ສົ່ງເຄື່ອງໄປສະນີດ່ວນທັງໝົດ 1,4 ຕື້ສະບັບ, ສະເລ່ຍຕໍ່ມື້ແລ້ວ ໄດ້ເພີ່ມຂຶ້ນ 45,7% ເມື່ອທຽບໃສ່ໄລຍະພັກບຸນໄຫວ້ພະຈັນປີກາຍ.