ຜູ້ອົບພະຍົບຢູ່ຊູດັງມີຫຼາຍກວ່າ 10,87 ລ້ານຄົນ

2024-09-18 14:31:51 CRI


ວັນທີ 17 ກັນຍານີ້, ອົງການສາກົນເພື່ອຊາວອົບພະຍົບ ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດກ່ຽວກັບສະຖານະການຢູ່ຊູດັງ ໂດຍລະບຸວ່າ, ປັດຈຸບັນ ຢູ່ດິນແດນຊູດັງມີຜູ້ອົບພະຍົບຫຼາຍກວ່າ  10,87 ລ້ານຄົນ, ໃນນັ້ນມີປະມານ 8,11 ລ້ານຄົນແມ່ນໜີອອກຈາກບ້ານເຮືອນຫຼັງຈາກເກີດການປະທະກັນດ້ວຍກຳລັງອາວຸດຢູ່ຊູດັງ. ນອກນີ້, ການປະທະກັນດ້ວຍກຳລັງອາວຸດຢູ່ຊູດັງຍັງເຮັດໃຫ້ມີປະມານ 2,34 ລ້ານຄົນຂ້າມຊາຍແດນໄປລີ້ໄພຢູ່ປະເທດໃກ້ຄຽງຊູດັງ.