ໄພພາຍຸເບບິນກາເຮັດໃຫ້ມີຜູ້ເສຍຊີວິດຢູ່ຟິລິບປິນ 20 ຄົນ

2024-09-19 10:48:05 CRI


ວັນທີ 18 ກັນຍານີ້, ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟິລິບປິນຖະແຫຼງວ່າ, ຍ້ອນໄດ້ຮັບຜົນກະທົບຈາກໄພພາຍຸເບບິນກາ ແລະ ຄວາມກົດດັນຕ່ຳຂອງອາກາດຢູ່ເຂດຮ້ອນອື່ນໆ, ເຮັດໃຫ້ຢູ່ຟິລິບປິນມີຜູ້ເສຍຊີວິດເຖິງ 20 ຄົນແລ້ວ.